ເຜີຍແຜ່ ວຽກງານສະຖິຕິການຄ້າຕ່າງປະເທດ ແລະ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ລຸ້ນ 3 ໃນຂອບເຂດທົ່ວປະເທດ

Category: ຂ່າວ
Published: Wednesday, 10 April 2024
Written by Content Manager

11111

ໃນລະຫວ່າງ ວັນທີ 28-29 ມີນາ 2024 ທີ່ ໂຮງແຮມ ເມືອງແທັງ, ນະຄອນຫຼວງວຽງຈັນ, ກົມການຄ້າຕ່າງປະເທດ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ຈັດ “ກອງປະຊຸມ ເຜີຍແຜ່ ວຽກງານສະຖິຕິການຄ້າຕ່າງປະເທດ, ການນໍາໃຊ້ລະບົບສະຖິຕິການຄ້າຕ່າງປະເທດ ແລະ ສູນຂໍ້ມູນຂ່າວສານທາງດ້ານການຄ້າ” ໃຫ້ແກ່ບັນດາພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ ແລະ ນະຄອນຫຼວງໃນຂອບເຂດທົ່ວປະເທດ ແລະ ບັນດາກົມ, ສໍານັກງານ, ສະຖາບັນ ແລະ ຫ້ອງການອ້ອມຂ້າງກະຊວງ ອຸດສາຫະກໍາ ແລະ ການຄ້າໂດຍການເປັນປະທານຂອງ ທ່ານນາງ ມະນີວອນ ວົງໄຊ, ຫົວໜ້າກົມ ການຄ້າຕ່າງປະເທດ.

Read more: ເຜີຍແຜ່ ວຽກງານສະຖິຕິການຄ້າຕ່າງປະເທດ ແລະ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ລຸ້ນ 3 ໃນຂອບເຂດທົ່ວປະເທດ

ພິທີເປີດໂຕ ເວັບໄຊທ໌ ລະບົບສະຖິຕິການຄ້າຕ່າງປະເທດ (Laotradestat) ຢ່າງເປັນທາງການ

Category: ຂ່າວ
Published: Wednesday, 10 April 2024
Written by Content Manager

 

       ໃນວັນທີ 15 ມີນາ 2024 ທີ່ໂຮງແຮມ ເມືອງແທັງ, ນະຄອນຫຼວງວຽງຈັນ, ກົມການຄ້າຕ່າງປະເທດ (ກົມ ຄຕ), ກະຊວງ ອຸດສາຫະກໍາ ແລະ ການຄ້າ (ກະຊວງ ອຄ) ໄດ້ຈັດພິທີເປີດໂຕ ເວັບໄຊທ໌ ລະບົບສະຖິຕິການຄ້າຕ່າງປະເທດ (Laotradestat) ຢ່າງເປັນທາງການ. ໂດຍ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານ ພ້ອມດ້ວຍແຂກທີ່ຖືກເຊີນ ຈາກຫຼາຍຂະແໜງການທີ່ມາຈາກ ພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນ ຢ່າງຟົດຟື້ນ.

Read more: ພິທີເປີດໂຕ ເວັບໄຊທ໌ ລະບົບສະຖິຕິການຄ້າຕ່າງປະເທດ (Laotradestat) ຢ່າງເປັນທາງການ

ເປີດໂຕເວັບໄຊທ໌ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ລຸ້ນທີ 3

Category: ຂ່າວ
Published: Tuesday, 02 January 2024
Written by Content Manager

ວັນທີ 20 ທັນວາ 2023 ທີ່ ໂຮງແຮມ ຄາວພລາຊາ (Crown Plaza Hotel), ນະຄອນຫຼວງວຽງຈັນ. ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຜູ້ຄຸ້ມຄອງສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ໄດ້ຈັດຕັ້ງ “ກອງປະຊຸມເປີດໂຕເວັບໄຊທ໌ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ລຸ້ນທີ 3”. ໃຫ້ກຽດເປັນປະທານໂດຍ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍແຂກທີ່ຖືກເຊີນ ຈາກຫຼາຍຂະແໜງການທີ່ມາຈາກ ພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນ ຢ່າງຟົດຟື້ນ.

ເວັບໄຊທ໌ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ຫຼື Lao PDR Trade Portal (LTP) ໄດ້ຖືກສ້າງຂຶ້ນ ແລະ ນໍາໃຊ້ນັບແຕ່ວັນທີ 22 ມິຖຸນາ 2012 ເປັນຕົ້ນມາ ໂດຍໄດ້ຮັບການສະໜັບສະໜູນຂອງໂຄງການພັດທະນາການຄ້າ      ໄລຍະທີ 1 (TDF 1). LTP ເປັນສູນລວມຂໍ້ມູນຂ່າວສານທາງດ້ານການຄ້າແບບອອນລາຍ ທີ່ສະໜອງຂໍ້ມູນຂ່າວສານ, ບົດຄວາມ, ກົດໝາຍ, ລະບຽບການ, ຂັ້ນຕອນ, ແບບ ຟອມ, ສະຖິຕິ ແລະ ຄ່າພັນທະຕ່າງໆ ທີ່ຕິດພັນກັບການນໍາເຂົ້າ-ສົ່ງອອກ, ການເຄື່ອນຍ້າຍ, ຜ່ານແດນ ແລະ ການຂົນສົ່ງ ສິນຄ້າ ຂອງ ສປປ ລາວ. ສໍໍາລັບສະຖິຕິການນໍາໃຊ້ LTP ໃນໄລຍະ 10 ປີ ຜ່ານມາ (2012-2022) ມີຈໍານວນການນໍາໃຊ້ເວັບໄຊທ໌  ທັງໝົດປະມານເຈັດແສນປາຍຄັ້ງ, ມີຫຼາຍກ່ວາສາມແສນຜູ້ຊົມໃຊ້ ແລະ ການເຂົ້າຊົມໃຊ້ແມ່ນມີສູງເຖີງສີ່ລ້ານຄັ້ງ.

ນອກຈາກນັ້ນ, LTP ຍັງຖືກສ້າງຂື້ນມາເພື່ອ ໃຫ້ພາກລັດ, ຜູ້ປະກອບການ, ນັກຄົ້ນຄວ້າ, ຄູອາຈານ, ນັກສຶກສາ, ອົງການຈັດຕັ້ງສາກົນ ແລະ ສັງຄົມ ສາມາດເຂົ້່າເຖິງ ແລະ ຄົ້ນຫາຂໍ້ມູນຂ່າວສານທາງດ້ານການຄ້າໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ຢ່າງວ່ອງໄວ. ທັງຍັງເປັນການສົ່ງເສີມການນໍາໃຊ້ເຕັກໂນໂລຊີດິຈິຕອນ ຕາມນະໂຍບາຍຂອງລັດຖະບານຂອງ ສປປ ລາວ ແລະ ທັງເປັນການປະຕິບັດພັນທະຂອງ ສປປ ລາວ ຕໍ່ພາກພື້ນ ແລະ ສາກົນ.

ການພັດທະນາເວັບໄຊທ໌ LTP ເປັນລຸ້ນໃໝ່ ຫຼື ລຸ້ນທີ 3 ນີ້ແມ່ນນອນໃນວຽກຈຸດສຸມປີ 2023 ຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ເພື່ອໂຄສະນາ ແລະ ເຜີຍແຜ່ຂໍ້ມູນຂ່າວສານທາງດ້ານການຄ້າໃຫ້ມີຄວາມໂປ່ງໃສ ແລະ ວ່ອງໄວ. ການພັດທະນາເວັບໄຊທ໌ ດັ່ງກ່າວ ໄດ້ລິເລີ່ມມາແຕ່ເດືອນ ມິຖຸນາ 2023 ໂດຍໄດ້ຮັບການສະໜູນຂອງທະນາຄານໂລກ. ໂສມໜ້າໃໝ່ຂອງເວັບໄຊທ໌ແມ່ນ ມີຄວາມທັນສະໄໝ, ມີຂໍ້ມູນຫຼາກຫຼາຍ ແລະ ອັນພົ້ນເດັ່ນ ແມ່ນການຄົ້ນຫາຂໍ້ມູນທີ່ມີຄວາມສະດວກວ່ອງໄວ ແລະ ແນ່ນອນຫຼາຍຂຶ້ນກວ່າລຸ້ນຜ່ານໆມາ ເພື່ອທັນກັບຍຸກເຕັກໂນໂລຊີດິຍີ ທີ່ມີການປ່ຽແປງຢູ່ຕະຫຼອດເວລາ.

Subcategories