ໜ້າ​ທີ່​ຂອງພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ

Category: ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ
Published: Wednesday, 30 December 2020
Written by Content Manager
  1. ຄົ້ນ​ຄ້ວາ, ປັບປຸງ ​ແລະ ສ້າງ​ນິຕິ​ກຳ ​​​ເພື່ອເປັນ​ເຄື່ອງ​ມື​ໃນ​ການຄຸ້ມ​ຄອງ​​ວຽກ​ງານແຫຼ່ງກຳ​ເນີ​ດສິນຄ້າ;
  2. ຄຸ້ມ​ຄອງ ​ແລະ ພັດທະນາລະບົບ ການອອກ​ໃບ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ ທີ່ແທດເໝາະກັບສະພາບການພັດທະນາຕົວຈິງຂອງ ສປປ ລາວ ແລະ ສອດຄ່ອງກັບລະບຽບການເຊື່ອມໂຍງໃນພາກພື້ນ ແລະ ສາກົນ, ພ້ອມທັງຕິດຕາມ, ກວດກາ, ຊຸກຍູ້​ ແລະ ປະ ເມີນຜົນ​ການ​ຈັດ​ຕັ້ງ​ປະຕິບັດ​;
  3. ​ເຜີຍ​ແຜ່​ລະບຽບການແຫຼ່ງກຳເນີດສິນຄ້າ ​ແລະ ຂໍ້​ມູນ​ຂ່າວສານ ກ່ຽວກັບການເຂົ້າເຖິງຕະຫຼາດ ພາຍໃຕ້ລະບົບການ​ຄ້າ​ທີ່​ໄດ້​ຮັບ​ນະ​ໂຍບາຍ​ທາງ​ດ້ານ​ອັດຕາ​ພາສີ;
  4. ​ເກັບກຳ, ສັງລວມ, ວິເຄາະ, ວິໄຈ ແລະ ສະໜອງສະຖິຕິການນຳເຂົ້າ ແລະ ສົ່ງອອກສິນຄ້າ ພາຍໃຕ້ລະບົບການ​ຄ້າ​ທີ່​ໄດ້​ຮັບ​ນະ​ໂຍບາຍ​ທາງ​ດ້ານ​ອັດຕາ​ພາສີ;
  5. ເປັນເຈົ້າການປຶກສາຫາລືພາຍໃນ ເພື່ອກະກຽມ ແລະ ເຂົ້າຮ່ວມກອງປະຊຸມເຈລະຈາ ກ່ຽວກັບວຽກງານແຫຼ່ງກຳເນີດສິນຄ້າ ຕາມ​ການ​ມອບ​ໝາຍ​ຂອງ​ກົມ;
  6. ​ເປັນ​​ໃຈກາງ​ປະສານ​ງານ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ກ່ຽວກັບ​ວຽກງານ​ແຫຼ່ງກຳ​ເນີ​ດສິນຄ້າ;
  7. ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ​​ໂຄງການ​ຂອງ​ລັດ ແລະ ຕ່າງປະເທດ ຕາມການມອບໝາຍຂອງກົມ;
  8. ປະຕິບັດ​ໜ້າທີ່​ອື່ນໆຕາມ​ການ​ຕົກລົງ ແລະ ມອບໝາຍຂອງຫົວໜ້າ​ກົມ.