ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 3 ປີ 2021 ບັນລຸໄດ້ປະມານ 1,268 ລ້ານໂດລາສະຫະລັດ.

Category: ຂ່າວ
Published: Thursday, 27 May 2021
Written by Content Manager

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 3 ປີ 2021 ບັນລຸໄດ້ປະມານ 1,268 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 3 ປີ 2021 ບັນລຸໄດ້ປະມານ 1,268 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 665 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 603 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າປະມານ 62 ລ້ານໂດລາສະຫາລັດ. ສີນຄ້າສົ່ງອອກຫຼັກປະກອບມີ: ແຮ່ທອງ, ໝາກກ້ວຍ, ຄຳປະສົມ (ຄຳແທ່ງ), ມັນຕົ້ນ, ເຄື່ອງນຸ່ງຫົ່ມ, ກາເຟ (ບໍ່ທັນໄດ້ປຸງແຕ່ງ), ນໍ້າຕານ, ໝາກໄມ້ (ໝາກໂມ, ໝາກນອດ, ໝາກຂາມ...), ຢາສູບ ແລະ ເກືອກາລີ. ໝວດສີນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ...), ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...), ນ້ຳມັນແອັດຊັງ, ແອັດຊັງພິເສດ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ແລະ ແກ້ວປະເສີດ ຫຼື ເຄິ່ງປະເສີດ.

Read more: ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 3 ປີ 2021 ບັນລຸໄດ້ປະມານ 1,268 ລ້ານໂດລາສະຫະລັດ.

ກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ສະເຫຼີມສະຫຼອງວັນແມ່ຍິງສາກົນ 08 ມີນາ 2021 ຄົບຮອບ 111 ປີ (08 ມີນາ 1910 - 08 ມີນາ 2021)

Category: ຂ່າວ
Published: Tuesday, 06 April 2021
Written by Content Manager

DIMEX women

ໃນວັນທີ 26 ມີນາ 2020 ທີ່ ເມືອງສັງທອງ, ນະຄອນຫຼວງວຽງຈັນ ໜ່ວຍແມ່ຍິງ ກົມການນຳເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “ແມ່ຍິງລາວແຫ່ງກັບການພັດທະນາຄວາມຮູ້ ແລະ ການປັບໂຕໃນແບບແຜນການດໍາລົງຊີວິດໃໝ່ໃນຍຸກແຫ່ງການປ່ຽນແປງ”.

Read more: ກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ສະເຫຼີມສະຫຼອງວັນແມ່ຍິງສາກົນ 08 ມີນາ 2021 ຄົບຮອບ 111 ປີ (08 ມີນາ 1910...

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 2 ປີ 2021 ບັນລຸໄດ້ປະມານ 849 ລ້ານໂດລາສະຫະລັດ.

Category: ຂ່າວ
Published: Monday, 05 April 2021
Written by Content Manager

lao thai immigration

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 8 ບັນລຸໄດ້ປະມານ 762 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 377 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 384 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 7 ລ້ານໂດລາສະຫາລັດ.

Read more: ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 2 ປີ 2021 ບັນລຸໄດ້ປະມານ 849 ລ້ານໂດລາສະຫະລັດ.

Subcategories