ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ປະຈໍາເດືອນ 11 ປີ 2022 ບັນລຸໄດ້ 1,083 ລ້ານໂດລາສະຫະລັດ.

Category: ຂ່າວ
Published: Monday, 19 December 2022
Written by Content Manager

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 11 ປີ 2022 ບັນລຸໄດ້ ປະມານ 1,083 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ ປະມານ 519 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 564 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າ ປະມານ 45 ລ້ານໂດລາສະຫາລັດ. ສິນຄ້າທີ່ສົ່ງອອກຫລາຍພາຍໃນເດືອນ ປະກອບມີ: ຄຳປະສົມ ແລະ ຄຳແທ່ງ, ເຍື່ອໄມ້ ແລະ ເສດເຈ້ຍ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ຢາງພາລາ, ເກືອກາລີ... ສິນຄ້າທີ່ນໍາເຂົ້າຫລາຍພາຍໃນເດືອນ ປະກອບມີ: ນ້ຳມັນກາຊວນ, ອຸປະກອນກົນຈັກ, ພາຫະນະທາງບົກ, ແກ້ວປະເສີດ ຫຼື ເຄິ່ງປະເສີດ, ເຍື່ອໄມ້ ແລະ ເສດເຈ້ຍ...

ສ້າງຄວາມເຂັ້ມແຂງທາງດ້ານ ລະບຽບແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດທາງການຄ້າ ໃຫ້ແຂວງພາກເໜືອ

Category: ຂ່າວ
Published: Monday, 12 December 2022
Written by Content Manager
ການສ້າງຄວາມເຂັ້ມແຂງກ່ຽວກັບ ການຈັດຕັ້ງປະຕິບັດລະບຽບແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດທາງການຄ້າໃຫ້ແກ່ເຈົ້າໜ້າທີ່ລັດ ແລະ ຜູ້ປະກອບການສົ່ງອອກ ຢູ່ແຂວງພາກເໜືອ ແມ່ນເພື່ອໃຫ້ທຸກຂະແໜງການທັງພາກລັດ ແລະ ພາກທຸລະກິດ ສາມາດຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ເພື່ອຍາດແຍ່ງເອົາຜົນປະໂຫຍດຈາກຂອບສັນຍາດັ່ງກ່າວໃຫ້ໄດ້ຫຼາຍທີ່ສຸດ.

ສ້າງຄວາມເຂັ້ມແຂງ ລະບຽບແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດທາງການຄ້າ ໃຫ້ເຈົ້າໜ້າທີ່ ແລະ ຜູ້ປະກອບການ ຢູ່ ພາກກາງ

Category: ຂ່າວ
Published: Monday, 24 October 2022
Written by Content Manager
ພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ລັດ ແລະ ຜູ້ປະກອບການສົ່ງອອກ ຢູ່ 05 ແຂວງພາກກາງ ແລະ ນະຄອນຫຼວງວຽງຈັນ ກ່ຽວກັບການຈັດຕັ້ງປະຕິບັດ ລະບຽບແຫຼ່ງກຳເນີດສິນຄ້າໃນຂອບສັນຍາການຮ່ວມມືເສດຖະກິດແບບຮອບດ້ານໃນລະດັບພາກພື້ນ (RCEP).

Subcategories