ຜູ້ນໍາເຂົ້າ ແລະ ສົ່ງອອກ ຕ້ອງໄດ້ລົງທະບຽນ ກ່ອນໄດ້ຮັບການອະນຸຍາດນໍາເຂົ້າ ແລະ ສົ່ງອອກສິນຄ້າ

Category: ຂ່າວ Published: Wednesday, 09 August 2023 Written by Content Manager

ຜູ້ນໍາເຂົ້າ ແລະ ສົ່ງອອກ ຕ້ອງໄດ້ລົງທະບຽນ ກ່ອນໄດ້ຮັບການອະນຸຍາດນໍາເຂົ້າ ແລະ ສົ່ງອອກສິນຄ້າ

ເພື່ອເປັນການຄຸ້ມຄອງຕິດຕາມການເຄື່ອນໄຫວ ການຊໍາລະ/ຮັບຊໍາລະ ແລະ ການນໍາເຂົ້າ-ສົ່ງອອກ ສິນຄ້າ ຂອງຜູ້ປະກອບການນໍາເຂົ້າ ແລະ ສົ່ງອອກ ໃຫ້ສອດຄ່ອງກັບລະບຽບກົດໝາຍ ແລະ ຈໍາກັດການຄ້ານອກລະບົບ. ກະຊວງອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການໃຫ້ຜູ້ປະກອບການ ແລະ ຂະແໜງການກ່ຽວຂ້ອງ ໃນຂອບເຂດທົ່ວປະເທດ ຮັບຊາບ ກ່ຽວກັບການລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ ໃຫ້ສໍາເລັດກ່ອນ ວັນທີ 31 ສິງຫາ 2023. 
 

 ອີງຕາມ ຂໍ້ຕົກລົງ ວ່າດ້ວຍການລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ, ເລກທີ 0752/ອຄ, ລົງວັນທີ 23 ພຶດສະພາ 2023 ແລະ ແຈ້ງການ ການລົງທະບຽນ ຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ, ເລກທີ 1224/ຫອຄ, ລົງວັນທີ 09 ມິຖຸນາ 2023. ເຊິ່ງມີເນື້ອໃນຈິດໃຈອັນສໍາຄັນຄື:

     ໃຫ້ວິສາຫະກິດ ປະກອບເອກະສານແຈ້ງລົງທະບຽນຕາມແບບພິມທີ່ຄັດຕິດຢູ່ໃນແຈ້ງການ  ເລກທີ 1224/ຫອຄ ແລ້ວຍືນຕໍ່ ກົມການນໍາເຂົ້າ ແລະ ສົ່ງອອກ ຫຼື ສົ່ງຜ່ານອີເມວ This email address is being protected from spambots. You need JavaScript enabled to view it. ຫຼື ຕິດຕໍ່ພົວພັນໂດຍກົງກັບພະນັກງານຜູ້ຮັບຜິດຊອບ ເບີໂທ: 020 9699 6565 ຫຼື 020 5551 0038.

     ກໍານົດລົງທະບຽນ ກ່ອນວັນທີ 31 ສິງຫາ 2023 ຫາກວິສາຫະກິດໃດທີ່ບໍ່ລົງທະບຽນນໍາ ກົມການນໍາເຂົ້າ ແລະ ສົ່ງອອກ ຈະບໍ່ສາມາດດໍາເນີນການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຕາມທີ່ໄດ້ກຳນົດໃນ ແຈ້ງການ ເລກທີ 1224/ຫອຄ  ເຊັ່ນ: ສັດປີກ, ໝູ, ງົວ, ຄວາຍ, ປາ, ພືດຜັກ, ເຂົ້າກິນ, ສິນຄ້າອຸປະໂພກ-ບໍລິໂພກ, ອາຫານສັດ, ຝຸ່ນ (ປຸ໋ຍ), ວັດສະດຸກໍ່ສ້າງ, ຍານພາຫະນະ, ນໍ້າມັນເຊື້ອໄຟ, ອາຍແກັສ ແລະ ອື່ນໆ.

Hits: 2918