ລາຄາພັນທະໄມ້ເພື່ອປະມູນຂາຍ ປະຈຳສົກປີ 2023-2024

Category: ຂ່າວ Published: Wednesday, 09 August 2023 Written by Content Manager
ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີແຈ້ງການກ່ຽວກັບ ລາຄາພັນທະໄມ້ ຈໍານວນ 73 ປະເພດໄມ້ ເພື່ອປະມູນຂາຍ ໃນສົກປີ 2023-2024.

ອີງຕາມ ແຈ້ງການ ລາຄາພັນທະໄມ້ເພື່ອປະມູນຂາຍ ປະຈໍາປີ 2023-2024, ເລກທີ 1243/ອຄ, ລົງວັນທີ 03 ສິງຫາ 2023. ກະຊວງອຸດສາຫະກໍາແລະ ການຄ້າ ອອກແຈ້ງການ ກ່ຽວກັບການຈັດຕັ້ງປະຕິບັດລາຄາພັນທະໄມ້ ເພື່ອປະມູນຂາຍ ປະຈຳປີ 2023-2024 ດັ່ງນີ້:

ເຊິ່ງວ່າແຈ້ງການສະບັບນີ້ແມ່ນປ່ຽນແທນ ແຈ້ງການ ສະບັບເລກທີ 1813/ອຄ.ກຂອ, ລົງວັນທີ 4 ກັນຍາ 2015 ແລະ ມີຜົນສັດສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ໃນຕໍ່ໜ້າ, ການປ່ຽນແປງ ແລະ ປັບປຸງລາຄາພັນທະໄມ້ ແມ່ນມອບໃຫ້ ກະຊວງກະສິກຳ ແລະ ປ່າໄມ້ ເປັນໃຈກາງໃນການຄົ້ນຄວ້າ.

ລາຍລະອຽດຂອງລາຄາໄມ້ແຕ່ລະປະເພດໄດ້ແບ່ງອອກເປັນ 73 ປະເພດໄມ້ (ຂໍ້ມູນເພີ່ມເຕີບທີ່ເອກະສານຄັດຕິດກັບແຈ້ງການສະບັບນີ້). ເຊິ່ງວ່າ, ລາຄາພັນທະໄມ້ກຳນົດເປັນລາຄາເອກະພາບສຳລັບທົ່ວປະເທດເພື່ອຈັດຕັ້ງປະຕິບັດ ໂດຍແມ່ນລາຄາຕ່ຳສຸດທີ່ນຳໃຊ້ ເປັນລາຄາພື້ນຖານໃນການປະມູນຊື້-ຂາຍໄມ້ ແລະ ໄດ້ແບ່ງອອກເປັນ 4 ປະເພດຫຼັກຄື: (1) ໄມ້ທ່ອນ (ຂະໜາດໜ້າຕ້າງນ້ອຍ ຫຼື ເທົ່າກັບ 19 ຊັງ​ຕີ​ແມັດລົງມາ); (2) ໄມ້ທ່ອນ (ຂະໜາດໜ້າຕ້າງໃຫຍ່ກ່ວາ 20 ​ຊັງ​ຕີ​ແມັດຂື້ນໄປ); (3) ໄມ້ຕີຕັບ ແລະ (4) ໄມ້ແປຮູບ​.

ໃນນັ້ນ, ລາຄາພັນທະໄມ້ປະກອບດ້ວຍ : ❶ ຄ່າຊັບພະຍາກອນປ່າໄມ້, ❷ ຄ່າສໍາຫຼວດ, ❸ ຄ່າປູກໄມ້ແທນຄືນ. ລາ​ຄາ​ດັ່ງ​ກ່າວ​ຈະບໍ່ລວມ ຄ່າຂຸດຄົ້ນ, ຄ່າຕີກາໄມ້ທ່ອນ ແລະ ຄ່າອາກອນຕ່າງໆ ທີ່ຕິດພັນກັບການຊື້-ຂາຍ ແລະ ການຂົນສົ່ງ.

ໃນ​ການ​ຄິດ​ໄລ່​ຄ່າ​ຂຸດ​ຄົ້ນ​ໃນ​ແຕ່ລະ​ທ້ອງ​ຖີ່ນ ແມ່ນ​ປະ​ຕິ​ບັນຕາມ​ການຕົກ​ລົງ​ຂອງ​ອົງ​ກາ​ນ​ປົກ​ຄອງ​ແຂວງ ບົນ​ພື້ນ​ຖານ​ສະ​ພາບ​ຈຸດພິເສດຂອງ​ທ້ອງ​ຖິ່​ນຕົນ; ການ​ປ່ຽນ​ຫົວ​ໜ່ວຍ​ຄິດ​ໄລ່​ບໍ​ລິ​ມາດ​ໄມ້ ຈາກ​ແມັດ​ກ້ອນ​ມາ​ເປັນ​ນ້ຳ​ໜັກ (ໂຕນ ຫຼື ກິ​ໂລ) ຂອງ​ແຕ່​ລະ​ຊະ​ນິດ​ໄມ້ ແມ່ນ​ໃຫ້​ປະ​ຕິ​ບັດ​ຕາມ​ລະ​ບຽບ​ການ ຂອງ​ຂະ​ແໜງ​ການ​ກະ​ສີ​ກຳ ແລະ ປ່າ​ໄມ້ ທີ່​ປະ​ກາດ​ໃຊ້​ແຕ່​ລະ​ໄລ​ຍະ.

Hits: 1655