ໜ້າທີ່ຂອງພະ​ແນ​ກສັງ​ລວມ

Category: ພະແນກສັງລວມ
Published: Wednesday, 10 June 2020
Written by Content Manager

1. ຄົ້ນ​ຄ້ວານ​ະ​ໂຍບາຍ​ຂອງ​ລັດຖະບານທີ່​ພົວພັນ​ກັບ​ວຽກງານ​ການ​ນຳ​​ເຂົ້າ ​ແລະ ສົ່ງ​ອອກ​ເພື່ອ​ຫັນ​ເປັນ​ນິຕິ​ກຳລະບຽບການ​ຄຸ້ມ​ຄອງ ​ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ສິນຄ້າ​ ໃນ​ແຕ່ລະ​ໄລຍະ;

2. ຄົ້ນ​ຄ້ວາ ​ແລະ ສ້າງ​ແຜນການ​ເຄື່ອນ​ໄຫວ​ວຽກງານ​ການ​ນຳ​ເຂົ້າ ​ແລ​ະ ສົ່ງ​ອອກ​ສິນຄ້າ​ເປັນ​ແຕ່ລະ​ໄລຍະ​ເຊັ່ນ: ​ໄລຍະ​ຍາ​ວ​ໄລຍະ​ກາງ ​ແລະ ​ໄລຍະ​ສັ້ນ​ ​ລວມທັງ​ການ​ເຂົ້າ​ຮ່ວມ​ເພື່ອ​ຄົ້ນ​ຄ້ວາ​ຂຶ້ນ​ແຜນການ​ຮ່ວມ​ມື​ດ້ານ​ການ​ຄ້າ​ກັບ​ຕ່າງປະ​ເທດ​ຕາມ​ເງື່ອນ​ໄຂ​ຕົວ​ຈິງ ​ແລະ ການ​ມອບໝາຍຂອງ​ກົມ;

3. ຊຸກຍູ້​ຕິດຕາມ ​ແລະ ກວດກາ ການ​ຈັດ​ຕັ້ງ​ປະຕິບັດ​ແຜນການ​ແຕ່ລະ​ໄລຍະ ພ້ອມ​ທັງ​ສະ​ຫຼຸບ​ຕີ​ລາຄາຜົນ​ຂອງ​ການ​ເຄື່ອນ​ໄຫວ​ວຽກງານ ​ເພື່ອ​ລາຍ​ງານ​ໃຫ້​ຄະນະ​ກົມ​ກໍ່​ຄື​ກະຊວງ;

4. ຄົ້ນ​ຄ້ວາ​ປະກອບ​ຄຳ​ຄິດ​ເຫັນ​ຕໍ່​ລະບຽບການ​ພາຍ​ໃນ​ກົມ ​ແລ​ະ ພາກສ່ວນ​ຕ່າງໆ ທີ່​ພົວພັນ​ເຖິງ​ວຽກງານ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ໃນ​ແຕ່ລະ​ໄລຍະ;

5. ປະສານ​ສົມທົບ​ກັບ​ພະ​ແນ​ກ ອຸດສາຫະກຳ​ ​ແລະ ການ​ຄ້າແຂວງນະຄອນຫຼວງ ​ແລະ ພາກ ສ່ວນ​ກ່ຽວຂ້ອງ​ຕ່າງໆ​ເພື່ອ​ເກັບ​ກຳ​ສັງ​ລວມຂໍ້​ມູນ​ສະຖິຕິ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ສິນຄ້າ​ແຕ່ລະ​ໄລຍະ​ພ້ອ​ມທັງ​ຄຸ້ມ​ຄອງ ​ແລະ ຕອບ​ສະໜອງຂໍ້​ມູນ​ໃຫ້​ພາກສ່ວນ​ຕ່າງໆ ຕາມ​ຄວາມ​ເໝາະສົມ;

6. ຄົ້ນ​ຄ້ວາສັງ​ລວມການ​ຂຶ້ນ​ແຜນ​ໂຄງການ​ງົບປະມານ ​ແລະ ການ​ລົງທຶນ​ຂອງ​ລັດ​ກ່ຽວກັບ​ວຽກງານ​ຂອງ​ກົມ ພ້ອມ​ທັງ​ຕິດຕາມ​ຄຸ້ມ​ຄອງ​ການຈັດ​ຕັ້ງ​ປະຕິບັດ​ເພື່ອ​ຮັບປະກັນ​ໃຫ້​ມີ​ປະສິດທິ​ຜົນ;

7. ຄຸ້ມ​ຄອງ​ວຽກງານ​ບໍລິຫານການ​ນຳ​ໃຊ້​ງົບປະມານການ​ປົກ​ປັກ​ຮັກສາ​ພາຫະນະວັດຖຸ​ສິ່ງ​ຂອງ​ຕະຫຼອດ​ເຖິງ​ອຸປະກອນ​ຮັບ​ໃຊ້​ຕ່າງໆ​ພາຍ​ໃນ​ກົມ;

8. ປະຕິບັດ​ສິດ ​ແລະ ໜ້າທີ່​ອື່ນໆ ຕາມ​ການ​ມອບໝາຍຂອງ​ຫົວໜ້າ ​ແລະ ຄະນະ​ກົມ.