ເດືອນ 8 ປີ 2018 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຕິບັດໄດ້ 900 ລ້ານໂດລາສະຫະລັດ ເຊິ່ງຍັງບໍ່ກວມເອົາການສົ່ງອອກໄຟຟ້າ.

Category: ຂ່າວ
Published: Monday, 15 October 2018
Written by Content Manager

ຍອດມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 8 ປີ 2018 ປະຕິບັດໄດ້ 900 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການນໍາເຂົ້າ ປະມານ 579 ລ້ານໂດລາສະຫະລັດ ແລະ ສົ່ງອອກ ປະຕິບັດໄດ້ 321 ລ້ານໂດລາສະຫະລັດ.

Read more: ເດືອນ 8 ປີ 2018 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຕິບັດໄດ້ 900 ລ້ານໂດລາສະຫະລັດ...

ກົມການນຳເຂົ້າ ແລະ ສົ່ງອອກເລີ່ມຈັດຕັ້ງປະຕິບັດມາດຕະຖານການບໍລິການ (Service Charter)

Category: ຂ່າວ
Published: Monday, 15 October 2018
Written by Content Manager

ອີງຕາມແຈ້ງການ ເລກທີ 4186/ກຂອ, ລົງວັນທີ 12 ກັນຍາ 2018ແຈ້ງໃຫ້ຊາບວ່າ ກຂອ ໄດ້ລິເລີ່ມປັບປຸງວຽກງານການບໍລິການຂອງກົມໃຫ້ມີຄວາມກະທັດຮັດວ່ອງໄວແລະຫັນເປັນທັນສະໄໝເທື່ອລະກ້າວ. ພ້ອມດຽວກັນນັ້ນ, ກອຂ ມີວິໄສທັດໃນການພັດທະນາວຽກງານການນຳເຂົ້າ ແລະ ສົ່ງອອກ, ການຄ້າຊາຍແດນ, ການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຄຸ້ມຄອງແຫຼ່ງກຳເນີດຂອງສິນຄ້າ ເພື່ອກະຕຸ້ນການຈະເລີນເຕີບໂຕທາງດ້ານເສດຖະກິດຂອງ ສປປ ລາວ.

Read more: ກົມການນຳເຂົ້າ ແລະ ສົ່ງອອກເລີ່ມຈັດຕັ້ງປະຕິບັດມາດຕະຖານການບໍລິການ (Service Charter)

ກອງປະຊຸມຝຶກອົບຮົມ ຫົວຂໍ້ “ສ້າງຄວາມເຂັ້ມແຂງ ກ່ຽວກັບວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ໃຫ້ແກ່ຜູ້ບໍລິຫານລະ ດັບກາງ ແລະ ວິຊາການອາວຸໂສ ຂັ້ນສູນກາງ ແລະ ທ້ອງຖິ່ນ”

Category: ຂ່າວ
Published: Monday, 10 September 2018
Written by Content Manager

ໃນລະຫວ່າງ ວັນທີ 22-24 ສິງຫາ 2018, ທີ່ ໂຮງແຮມ ປາກຊັນ, ເມືອງ ປາກຊັນ, ແຂວງ ບໍລິຄໍາໄຊ. ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມຫ້ອງການປະຈຳກອງເລຂາຊ່ວຍວຽກຂອງຄະນະກໍາມະການຊີ້ນໍາລວມອຳນວຍ ຄວາມສະດວກ ທາງດ້ານການຄ້າຂັ້ນສູນກາງ ໄດ້ຈັດກອງປະຊຸມຝຶກອົບຮົມໃນຫົວຂໍ້ ສ້າງຄວາມເຂັ້ມແຂງ ກ່ຽວກັບ ວຽກງານອຳນວຍ ຄວາມສະດວກ ທາງດ້ານການຄ້າໃຫ້ແກ່ຜູ້ບໍລິຫານລະດັບກາງ ແລະ ວິຊາການອາວຸໂສ ຂັ້ນສູນກາງ ແລະ ທ້ອງຖິ່ນ ພາຍ​ໃຕ້ໂຄງການ​ສ້າງ​ຄວາມ​ເຂັ້ມ​ແຂງ​​​ໃນຂົງເຂດ​ວຽກ​ງານ​ການ​ອໍານວຍ​ຄວາມ​ສະດວກ​ທາງດ້ານ​ການ​ຄ້າ ເຊິ່ງເປັນໜຶ່ງໃນບັນດາອົງ​ປະກອບ​ຫຼັກຂອງ​ແຜນ​ງານ​ການ​ອໍານວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ ພາຍໃຕ້ການສະໜັບສະໜູນທາງດ້ານທຶນຮອນຈາກໂຄງການຊ່ວຍເຫຼືອລ້າຫຼາຍຝ່າຍ ເພື່ອພັດທະນາ ການຄ້າໄລຍະ 2 (TDF 2). ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສຸລິຍົນ ພິລາວົງ ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ ແລະ ທ່ານ ບຸນເພັງ ໄຊສົງຄາມ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ບໍລິຄຳໄຊ.

Read more: ກອງປະຊຸມຝຶກອົບຮົມ ຫົວຂໍ້ “ສ້າງຄວາມເຂັ້ມແຂງ ກ່ຽວກັບວຽກງານອຳນວຍຄວາມສະດວກທາງດ້ານການຄ້າ...

Subcategories