ກົມການນຳເຂົ້າ ແລະ ສົ່ງອອກ ຈັດຝຶກອົບຮົມການຂໍໃບອະນຸຍາດນຳເຂົ້ານ້ຳມັນເຊື້ອໄຟ ຜ່ານລະບົບແຈ້ງພາສີປະຕູດຽວ Lao National Single Window (LNSW) ໃຫ້ແກ່ ບໍລິສັດນຳເຂົ້າ-ສົ່ງອອກ ນ້ຳມັນເຊື້ອໄຟ ຈຳນວນ 11 ບໍລິສັດ

Category: ຂ່າວ
Published: Thursday, 10 September 2020
Written by Content Manager

ໃນຕອນເຊົ້າຂອງ ວັນພະຫັດທີ 10 ກັນຍາ 2020, ພະແນກ ບໍລິຫານການນຳເຂົ້າ ແລະ ສົ່ງອອກ, ກົມການນຳເຂົ້າ ແລະ ສົ່ງອອກ ໂດຍສົມທົບກັບ ກົມພາສີ ແລະ ບໍລິສັດ ຜູ້ພັດທະນາລະບົບແຈ້ງພາສີປະຕູດຽວແຫ່ງຊາດ (LNSW) ໄດ້ ຈັດກອງປະຊຸມເຜີຍແຜ່ ແລະ ຝຶກອົບຮົມການນຳໃຊ້ ລະບົບແຈ້ງພາສີປະຕູດຽວ Lao National Single Window (LNSW) ເພື່ອຂໍໃບອະນຸຍາດນຳເຂົ້ານ້ຳມັນເຊື້ອໄຟ ໃຫ້ແກ່ 11 ບໍລິສັດນຳເຂົ້າ ແລະ ສົ່ງອອກ ນ້ຳມັນເຊື້ອໄຟ ທີ່ໄດ້ເງື່ອນໄຂຕາມ ດຳລັດ 331/ລບ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອ:

  1. ເຜີຍແຜ່ໃຫ້ບັນດາບໍລິສັດນຳເຂົ້າ-ສົ່ງອອກ ນ້ຳມັນເຊື້ອໄຟ ຊາບວ່າ ໃນວັນທີ 14 ກັນຍາ 2020 ເປັນຕົ້ນໄປ ການຂໍໃບອະນຸຍາດນຳເຂົ້ານ້ຳມັນເຊື້ອໄຟ ຜ່ານດ່ານຂົວມິດຕະພາບ 1 ແມ່ນຈະໄດ້ອອກອະນຸຍາດຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດ ເທົ່ານັ້ນ.
  2. ຝຶກອົບຮົມການນຳໃຊ້ລະບົບໃຫ້ແກ່ ບັນດາບໍລິສັດ ນຳເຂົ້າ-ສົ່ງອອກ ນ້ຳມັນເຊື້ອໄຟ
  3. ປຶກສາຫາລືເປັນເອກະພາບວິທີການຈັດຕັ້ງປະຕິບັດໃນຕໍ່ໜ້າໂດຍສະເພາະແມ່ນການໃຫ້ຄວາມຊ່ວຍເຫຼືອບໍລິສັດ ໃນໄລຍະຕົ້ນຂອງການນຳໃຊ້ລະບົບ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 7 ປີ 2020 ບັນລຸໄດ້ປະມານ 792 ລ້ານໂດລາສະຫະລັດ.

Category: ຂ່າວ
Published: Wednesday, 26 August 2020
Written by Content Manager
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 7 ບັນລຸໄດ້ປະມານ 792 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 372 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 419 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 47 ລ້ານໂດລາສະຫາລັດ. ສິນຄ້າສົ່ງອອກຫຼັກປະກອບມີ: ແຮ່ທອງ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ, ໝາກກ້ວຍ, ເຍື່ອໄມ້ ແລະ ເສດເຈ້ຍ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ...), ຄຳປະສົມ ແລະ ຄຳແທ່ງ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ຢາງພາລາ. ໝວດສີນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ...), ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...), ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ, ໄຟຟ້າ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 4 ປີ 2020 ບັນລຸໄດ້ປະມານ 529 ລ້ານໂດລາສະຫະລັດ.

Category: ຂ່າວ
Published: Monday, 11 May 2020
Written by Content Manager

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 4 ບັນລຸໄດ້ປະມານ 529 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 208 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 320 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 112 ລ້ານໂດລາສະຫາລັດ. ສິນຄ້າສົ່ງອອກຫຼັກປະກອບມີ: ເຍື່ອໄມ້ ແລະ ເສດເຈ້ຍ, ໝາກກ້ວຍ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ, ຄຳປະສົມ, ຄຳແທ່ງ, ມັນຕົ້ນ, ໝາກໄມ້ (ໝາກໂມ, ໝາກນອດ, ໝາກຂາມ...), ກາເຟ (ບໍ່ທັນໄດ້ປຸງແຕ່ງ), ແຮ່ທອງ, ເກືອກາລີ, ເຄື່ອງນຸ່ງຫົ່ມ. ໝວດສິນຄ້ານໍາເຂົ້າຫຼັກປະກອບມີ: ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ນ້ຳມັນກາຊວນ, ສັດທີ່ມີຊີວິດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ...), ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ໄຟຟ້າ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...)

Read more: ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 4 ປີ 2020 ບັນລຸໄດ້ປະມານ 529 ລ້ານໂດລາສະຫະລັດ.

Subcategories