ໜ້າ​ທີ່​ຂອງພະແນກອຳນວຍຄວາມສະດວກທາງດ້ານການຄ້າ

Category: ພະແນກອຳນວຍຄວາມສະດວກທາງດ້ານການຄ້າ
Published: Wednesday, 30 December 2020
Written by Content Manager
  1. ຄົ້ນຄວ້າ, ປັບປຸງ, ສ້າງ ແລະ ນຳສະເໜີແຜນຍຸດທະສາດອຳນວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ໃນແຕ່ລະໄລຍະ;
  2. ຄົ້ນຄວ້າ ແລະ ປະກອບ​ຄຳ​ເຫັນ​ຕໍ່ນະໂຍບາຍ ແລະ ນິຕິກຳ ກ່ຽວກັບ​ການ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ ທັງ​ພາຍ​ໃນ ​ແລະ ສາກົນ;
  3. ຈັດ​ຕັ້ງ​ເຜີຍ​ແຜ່​ບັນດາ​ສັນຍາໃນຂອບ​ສອງ​ຝ່າຍ, ພາກພຶ້ື້ນ ​ແລະ ສາກົນ, ແລະ ແຜນຍຸດ ທະສາດທີ່​ຕິດ​ພັນ​ກັບ​ວຽກງານ​ການ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ​;
  4. ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຕິດຕາມ, ຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະຕິບັດຍຸດທະສາດອຳນວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ແລະ ບັນດາສັນຍາອຳນວຍຄວາມ​ສະດວກທາງ​ດ້ານ​ການ​ຄ້າ ທີ່ ສປປ ລາວ ເປັນພາຄີໃນຂອບ​ສອງ​ຝ່າຍ, ພາກພື້ນ ແລະ ສາກົນ;
  5. ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຍາ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່​ຕິດ​ພັນ​ກັບ​ວຽກການ​ອຳນວຍ​ຄວາມ​ສະດວກ​ທາງດ້ານ​ການ​ຄ້າ ຕາມ​ການ​ມອບໝາຍ​ຂອງກົມ;
  6. ເປັນຈຸດປະສານງານທັງພາຍໃນ ແລະ ຕ່າງປະເທດ ທາງດ້ານວຽກງານການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (
  7. ສົມທົບກັບຂະແໜງການກ່ຽວຂ້ອງ ເພື່ອສັງລວມ, ໄຈ້ແຍກ ແລະ ຄົ້ນຄວ້າ​ຜົນກະທົບ ຂອງບັນດາມາດ​ຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTM) ເພື່ອນໍາສະເໜີທິດທາງ ປັບປຸງ ແລະ ຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບລະບຽບການຂອງສາກົນ;
  8. ຄຸ້ມຄອງບໍລິຫານ ແລະ ພັດທະນາເວັບໄຊທ໌ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໃຫ້ມີຄວາມທັນສະໄໝ, ຍືນຍົງ ແລະ ສາມາດເຊື່ອມໂຍງເຂົ້າກັບລະບົບ​ອື່ນໆ​ຂອງ​ພາຍ​ໃນ ​ແລະ ສາກົນ;
  9. ຄົ້ນຄວ້າ​ ແລະ ນໍາສະເໜີຂັ້ນເທິງ​ແກ້​ໄຂ​ບັນຫາທີ່ຕິດ​ພັນ​ກັບ​ສິ່ງກີດຂວາງທາງດ້ານການຄ້າ ຕາມການສະເໜີຂອງພາກທຸລະກິດ;
  10. ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ​​ໂຄງການ​ຂອງ​ລັດ ແລະ ຕ່າງປະເທດ ຕາມການມອບໝາຍຂອງກົມ;

ປະຕິ​ບັດ​ໜ້າທີ່​ອື່ນໆຕາມ​ການ​ຕົກລົງ ແລະ ມອບໝາຍຂອງຫົວໜ້າກົມ.