ພາລະບົດບາດ

Category: ພາລະບົດບາດ
Published: Wednesday, 26 July 2017
Written by Super User

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ                                                                                                                                                                                                                            ເລກທີ 2080/ອຄ

ນະຄອນຫຼວງວຽງຈັນ, ວັນທີ 15 ພະຈິກ 2023

ຂໍ້ຕົກລົງ

ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມການຄ້າຕ່າງປະເທດ

  • ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 275/ນຍ, ລົງວັນທີ 01 ກັນຍາ 2023;
  • ອີງຕາມ ການສະເໜີ ຂອງກົມການນໍາເຂົ້າ ແລະ ສົ່ງອອກ ສະບັບເລກທີ 3816/ກຂອ, ລົງວັນທີ 13 ພະ​ຈິກ 2023;
  • ອີງຕາມການຄົ້ນຄວ້ານໍາສະເໜີ ຂອງກົມຈັດຕັ້ງ ແລະ ພະນັກງານ.

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຕົກລົງ:

ໝວດທີ 1

ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ                                                                                            

ຂໍ້ຕົກລົງສະບັບນີ້ ເພື່ອກຳນົດການຈັດຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ຫຼັກການ ແລະ ແບບແຜນວິທີເຮັດວຽກ ເພື່ອເປັນບ່ອນອີງທາງດ້ານນິຕິກຳໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມການຄ້າຕ່າງປະເທດ ແນໃສ່ຈັດຕັ້ງປະຕິບັດວຽກງານການຄ້າຕ່າງປະເທດ ໃນຂອບເຂດທົ່ວປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.

ມາດຕາ 2 ທີ່ຕັ້ງ ແລະ ພາລະບົດບາດ                                                                                  

ກົມການຄ້າຕ່າງປະເທດ ຂຽນເປັນຕົວອັກສອນຫຍໍ້ “ກຄຕ” ຂຽນເປັນພາສາອັງກິດ “Department of Foreign Trade” ຂຽນຫຍໍ້ “DFT” ແມ່ນກົງຈັກໜຶ່ງ ຂອງກະຊວງອຸດສາຫະກຳ ແລະ ການຄ້າ, ມີພາລະບົດບາດເປັນເສນາທິການໃຫ້ແກ່ກະຊວງອຸດສາຫະກຳ ແລະ ການຄ້າ ໃນການຄົ້ນຄວ້າ, ວິໄຈ, ສ້າງນິຕິກຳ, ຍຸດທະສາດພັດທະນາ ແລະ ນະໂຍບາຍຄຸ້ມຄອງການ​ນໍາ​ເຂົ້າ ​ແລະ ສົ່ງ​ອອກ, ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ, ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ພາຍໃນ, ລະບຽບແຫຼ່ງກຳ​ເນີ​ດສິນຄ້າ, ການ​ຄ້າຊາຍແດນ ແລະ ສິນຄ້າຜ່ານແດນ ໃນຂອບເຂດທົ່ວປະເທດ.

ໝວດທີ 2

ໜ້າທີ່ ແລະ ຂອບເຂດສິດ

 

ມາດຕາ 3 ໜ້າທີ່                                                                                                         

ກົມການຄ້າຕ່າງປະເທດ ມີໜ້າທີ່ດັ່ງນີ້:                                            

  1. ປະຕິບັດກົດໝາຍ ແລະ ລະບຽບການຕ່າງໆ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ລວມທັງຂັ້ນເທິງ ວາງອອກໃນແຕ່ລະໄລຍະ;
  2. ຄົ້ນຄ້ວາ, ເຊື່ອມຊຶມ ແລະ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດຖະບານ ກ່ຽວກັບວຽກງານຄົ້ນຄວ້າ, ວິໄຈ, ນິຕິກໍາ, ຍຸດທະສາດພັດທະນາ ແລະ ນະໂຍບາຍຄຸ້ມຄອງ​ການ​ນໍາ​ເຂົ້າ ​ແລະ ສົ່ງ​ອອກ, ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ, ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ພາຍໃນ, ແຫຼ່ງກຳ​ເນີ​ດສິນຄ້າ, ການ​ຄ້າຊາຍແດນ ແລະ ສິນຄ້າຜ່ານແດນ;
  3. ເປັນກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ພ້ອມທັງສົມທົບກັບກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນແຂວງ (ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ) ໃນການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ;
  4. ຄົ້ນຄ້ວາ, ສ້າງ ແລະ ປັບປຸງ ນິຕິກໍາ, ແຜນຍຸດທະສາດ ແລະ ນະໂຍບາຍ ກ່ຽວກັບວຽກງານການ​ນໍາ​ເຂົ້າ ​ແລະ ສົ່ງ​ອອກ ລວມທັງສິນຄ້ານໍາໃຊ້ສອງດ້ານ, ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ, ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ພາຍໃນ, ລະບຽບແຫຼ່ງກຳ​ເນີ​ດສິນຄ້າ, ການ​ຄ້າຊາຍແດນ ແລະ ສິນຄ້າຜ່ານແດນ ເພື່ອສະເໜີຂັ້ນເທິງຮັບຮອງ ແລະ ປະກາດໃຊ້ ພ້ອມທັງຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ;
  5. ສ້າງແຜນງານ, ແຜນການ ແລະ ໂຄງການ ກ່ຽວກັບວຽກງານການ​ນໍາ​ເຂົ້າ ​ແລະ ສົ່ງ​ອອກ ລວມທັງສິນຄ້ານໍາໃຊ້ສອງດ້ານ, ອໍານວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ, ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ພາຍໃນ, ລະບຽບແຫຼ່ງກຳ​ເນີ​ດ ສິນຄ້າ, ການ​ຄ້າຊາຍແດນ ແລະ ສິນຄ້າຜ່ານແດນ ເພື່ອສະເໜີລັດຖະມົນຕີ ພິຈາລະນາອານຸມັດ ພ້ອມທັງຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ;
  6. ສະຫຼຸບ​, ສັງ​ລວມ, ວິເຄາະ, ວິໄຈ ແລະ ຕີລາຄາສະພາບວຽກງານການ​ນໍາ​ເຂົ້າ ​ແລະ ສົ່ງ​ອອກ ລວມທັງສິນຄ້ານໍາໃຊ້ສອງດ້ານ, ອໍານວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ, ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ພາຍໃນ, ລະບຽບແຫຼ່ງກຳເນີ​ດ ສິນຄ້າ ການຄ້າຊາຍແດນ ແລະ ສິນຄ້າຜ່ານແດນ​ ເພື່ອ​ລາຍ​ງານ​ໃຫ້​​ຄະນະ​ນຳ​ກະຊວງ​ ກໍ່​ຄືລັດຖະບານ ເປັນແຕ່ລະໄລຍະ;
  7. ເຜີຍ​ແຜ່ ແລະ ຝຶກອົບຮົມບັນດາ ນິຕິກຳ, ແຜນຍຸດທະສາດ, ນະໂຍບາຍ ​ແລະ ຂໍ້​ມູນ​ຂ່າວສານ​ທີ່​ຕິດ​ພັນ​ກັບ​ວຽກ​ງານການ​ນໍາ​ເຂົ້າ ​ແລະ ສົ່ງ​ອອກ ລວມທັງສິນຄ້ານໍາໃຊ້ສອງດ້ານ, ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ, ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ພາຍໃນ, ລະບຽບແຫຼ່ງກຳ​ເນີ​ດສິນຄ້າ ການຄ້າຊາຍແດນ ແລະ ສິນຄ້າຜ່ານແດນ;
  8. ຄຸ້ມຄອງ, ຕິດຕາມ, ກວດກາ, ປະເມີນຜົນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານການ​ນໍາ​ເຂົ້າ ​ແລະ ສົ່ງ​ອອກ ລວມທັງສິນຄ້ານໍາໃຊ້ສອງດ້ານ, ອໍານວຍ​ຄວາມ​ສະດວກທາງ​ດ້ານ​ການ​ຄ້າ, ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ພາຍໃນ, ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ (LTP), ລະບຽບແຫຼ່ງກຳ​ເນີ​ດສິນຄ້າ, ການ​ຄ້າ​ຊາຍ​ແດນ ແລະ ສິນຄ້າຜ່ານແດນ ກັບບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ໃຫ້ສອດຄ່ອງກັບບັນດານິຕິກຳ, ແຜນຍຸດທະສາດ ແລະ ນະໂຍບາຍ ໃນແຕ່ລະໄລຍະ;
  9. ຄຸ້ມຄອງ ແລະ ຕິດຕາມການເຄື່ອນໄຫວຂອງຫົວໜ່ວຍທຸລະກິດ, ກຸ່ມ ແລະ ສະມາຄົມ ທີ່ດຳເນີນທຸລະກິດກ່ຽວກັບການນຳເຂົ້າ ແລະ ສົ່ງອອກສິນຄ້າ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງກົມ;
  10. ຄົ້ນຄວ້າ ແລະ ພິຈາລະນາອອກເອກະສານ ຢັ້ງຢືນ ແລະ ອະນຸຍາດ ທີ່ຕິດພັນກັບຄວາມຮັບຜິດຊອບຂອງກົມ;
  11. ສ້າງ​ແຜນພັດທະນາ, ບໍາລຸງ, ກໍ່ສ້າງ ​ແລະ ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ພະນັກງານ​ພາຍ​ໃນ​ກົມ​​ ໃນ​ແຕ່ລະ​ໄລຍະ;
  12. ເປັນ​ຈຸດ​ປະສານ​ງານ​ທັງ​ພາຍໃນ ​ແລະ ຕ່າງປະ​ເທດ ໃນວຽກງານ​ການ​ນໍາ​ເຂົ້າ ​ແລະ ສົ່ງ​ອອກ, ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ, ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ພາຍໃນ, ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ (LTP), ລະບຽບແຫຼ່ງກຳ​ເນີ​ດສິນຄ້າ, ການຄ້າຊາຍແດນ ແລະ ສິນຄ້າຜ່ານແດນ;
  13. ຈັດຕັ້ງປະຕິບັດໂຄງການ, ພົວພັນຮ່ວມມື, ພົບປະ, ເຈລະຈາ ແລະ ປະສານງານ ກັບພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເພື່ອລະດົມຂົນຂວາຍເອົາການຮ່ວມມື, ຊ່ວຍເຫຼືອ ແລະ ສະໜັບສະໜູນເຂົ້າໃນການພັດທະນາຂົງເຂດວຽກງານຂອງກົມ;
  14. ຕິດຕາມ, ຊຸກຍູ້ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ ຕາມພາລະບົດບາດຂອງກົມ;
  15. ຕິດຕາມ, ພົວພັນ ແລະ ແນະນໍາດ້ານວິຊາການ ຕາມພາລະບົດບາດ ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ເຂດເສດຖະກິດພິເສດ ແລະ ຫ້ອງການທີ່ປຶກສາເສດຖະກິດການຄ້າຢູ່ຕ່າງປະເທດ;
  16. ສຶກສາອົບຮົມ, ບຳລຸງ, ກໍ່ສ້າງ ແລະ ຄຸ້ມຄອງ ພະນັກງານພາຍໃນກົມ ຕາມກົດໝາຍ ແລະ ລະບຽບການທີ່ ພັກ, ລັດຖະບານ ແລະ ກະຊວງ ວາງອອກ;
  17. ສະຫຼຸບ ແລະ ລາຍງານ ການປະຕິບັດວຽກງານຂອງກົມ ໃຫ້ຄະນະນຳກະຊວງ ຊາບ ແລະ ເພຶື່ອຊີ້ນຳ;
  18. ປົກ​ປັກ​ຮັກສາ​ຊັບ​ສົມບັດ​ຂອງລັດທີ່ຢູ່​ໃນ​ຄວາມ​ຮັບຜິດຊອບ​ຂອງ​ກົມ;
  19. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງລັດຖະມົນຕີ, ຮອງລັດຖະມົນຕີ ຫຼື ຕາມ​ກົດ​ໝາຍ ແລະ ລະ​ບຽບ​ການ.

ມາດຕາ 4 ຂອບເຂດສິດ

         ກົມການຄ້າຕ່າງປະເທດ ມີສິດ ດັ່ງນີ້:

  1. ຄົ້ນຄວ້າ, ວິໄຈ, ປັບປຸງ ແລະ ສ້າງ ນິຕິກຳໃນການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ, ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ, ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ພາຍໃນ, ລະບຽບແຫຼ່ງກຳ​ເນີ​ດສິນຄ້າ, ການຄ້າຊາຍແດນ ແລະ ສິນຄ້າຜ່ານແດນ;
  2. ເປັນເຈົ້າການ ແລະ ເຂົ້າຮ່ວມເຈລະຈາ​ ທັງພາຍໃນ ແລະ ​ຕ່າງ​ປ​ະເທດ​ ໃນ​ບັນຫາ​ທີ່​ພົວພັນກັບໜ້າທີ່​ວຽກງານ​ວິຊາ​ສະ​ເພາະ​ຂອງ​ກົ​ມ ຕາມ​ການ​ມອບໝາຍຂອງຂັ້ນເທິງ;
  3. ພິຈາລະນາອອກ, ສັ່ງໂຈະ ແລະ ​​ຖອນໃບອະນຸຍາດດຳເນີນທຸລະກິດ, ໃບຢັ້ງຢືນສິດທາງການຄ້າຂອງຜູ້ຄ້າຕ່າງປະເທດ, ໃບ​ອະນຸຍາດ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກສິນຄ້າ ລວມທັງສິນຄ້ານໍາໃຊ້ສອງດ້ານ , ໃບ​ຢັ້ງຢືນ​ແຫຼ່ງກຳເນີ​ດສິນຄ້າ, ໃບອະນຸຍາດ ແລະ ໃບຢັ້ງຢືນ ສິນຄ້າຜ່ານແດນ, ນຳເຂົ້າ-ສົ່ງອອກຊົ່ວຄາວ ແລະ ນຳເຂົ້າເພື່ອສົ່ງອອກຕໍ່; ອອກມາດຕະການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ກົດໝາຍ ແລະ ລະບຽບການ;
  4. ພົວພັນ, ປະສານສົມທົບ ແລະ ຮ່ວມມື ກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ຕາມພາລະບົດບາດ;
  5. ອອກຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ ແລະ ບົດແນະນຳ ໄປຍັງພາກສ່ວນທີ່ກ່ຽວຂ້ອງ ແນໃສ່ຄຸ້ມຄອງວຽກງານວິຊາສະເພາະຂອງກົມ ຕາມສາຍຂະແໜງການຄ້າຕ່າງປະເທດ; ຕົກລົງ ຫຼື ລົງລາຍເຊັນ ແລະ ປະທັບຕາຂອງກົມ ໃນຂອບເຂດສິດຂອງກົມ;
  6. ນຳໃຊ້ງົບປະມານ, ພາຫະນະ ແລະ ວັດຖຸອຸປະກອນຮັບໃຊ້ວຽກງານທາງລັດຖະການ; ນຳໃຊ້ເງິນໂຄງການສົ່ງເສີມວິຊາການທີ່ກົມເປັນຜູ້ຈັດຕັ້ງປະຕິບັດ;
  7. ສະເໜີແຕ່ງຕັ້ງ, ຍົກຍ້າຍ, ສັບຊ້ອນ, ໝູນວຽນຕໍາແໜ່ງພາຍໃນ, ຍ້ອງຍໍ, ປະຕິບັດນະໂຍບາຍ ຫຼື ລົງວິໄນຕໍ່ລັດຖະກອນທີ່ສັງກັດກົມ ຕາມລະບຽບການ ລວມທັງການແຕ່ງຕັ້ງລັດຖະກອນໃນສັງກັດ ໄປເຮັດວຽກນຳພາກສ່ວນທີ່ກ່ຽວຂ້ອງ; ສະເໜີແຕ່ງຕັ້ງລັດຖະກອນຂອງກົມ ໃນການໄປປະຈຳການ, ຢ້ຽມຢາມ, ທັດສະນະສຶກສາ, ຝຶກອົບຮົມ ແລະ ຮຽນຕໍ່ ທັງພາຍໃນ ແລະ ຕ່າງປະເທດ;
  8. ສະເໜີປັບປຸງກົງຈັກການຈັດຕັ້ງຂອງກົມ, ພ້ອມດ້ວຍໜ້າທີ່, ຂອບເຂດສິດ ແລະ ຄວາມຮັບຜິດຊອບຂອງຕົນ; ປັບປຸງ ແລະ ສ້າງຮ່າງລະບຽບການເຄື່ອນໄຫວພາຍໃນກົມ; ສະເໜີມາດຕະການອັນຈຳເປັນ ເພື່ອຮັບປະກັນການປະຕິບັດໜ້າທີ່ວຽກງານຂອງກົມ;
  9. ປະສານ​ສົມທົບ​ກັບ​ພາກສ່ວນ​ຕ່າງໆ ​ເພື່ອ​ແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງ​ກັບ​ວຽກງານ​ຂອງ​ກົມ;
  10. ສ້າງ ​ແລະ ນໍາສະ​ເໜີ​ໂຄງການ​ສົ່ງ​ເສີມ​ວິຊາ​ການ​ຂອງ​ກົມ;
  11. ສະໜອງ ​ແລະ ​ແລກປ່ຽນຂໍ້​ມູນ​ຂ່າວສານກັບພາກສ່ວນຕ່າງໆ;
  12. ປະຕິບັດສິດອື່ນ ຕາມການມອບໝາຍຂອງລັດຖະມົນຕີ, ຮອງລັດຖະມົນຕີ ຫຼື ຕາມກົດໝາຍ ແລະ ລະບຽບການ.

ໝວດທີ 3

ໂຄງປະກອບການຈັດຕັ້ງ

 

ມາດຕາ 5 ໂຄງປະກອບກົງຈັກ                                                                                 

ໂຄງປະກອບກົງຈັກຂອງກົມການຄ້າຕ່າງປະເທດ ປະກອບມີ 5 ພະແນກ ດັ່ງລຸ່ມນີ້:

  1. ພະ​ແນ​ກສັງລວມ
  2. ພະ​ແນ​ກຄຸ້ມຄອງການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ
  3. ພະ​ແນ​ກອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ
  4. ພະ​ແນ​ກຄຸ້ມຄອງແຫຼ່ງກຳ​ເນີ​ດສິນຄ້າ
  5. ພະ​ແນ​ກການ​ຄ້າຊາຍແດນ ແລະ ສິນຄ້າຜ່ານແດນ

ມາດຕາ 6 ໂຄງປະກອບບຸກຄະລາກອນ

         ກົມການຄ້າຕ່າງປະເທດ ມີໂຄງປະກອບບຸກຄະລາກອນ ດັ່ງລຸ່ມນີ້:       

  1. ຫົວໜ້າກົມການຄ້າຕ່າງປະເທດ ຈໍານວນ 01 ທ່ານ, ຮັບຜິດຊອບຕໍ່ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຜູ້ຊີ້ນຳຂົງເຂດວຽກງານຂອງກົມກ່ຽວກັບຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງ ໃນການປະຕິບັດວຽກງານຂອງຕົນ.

        ໃນເວລາຫົວໜ້າກົມ ຕິດຂັດ ຕ້ອງມອບສິດ ໃຫ້ຮອງຫົວໜ້າກົມ ທ່ານໃດທ່ານໜຶ່ງຮັກສາການແທນ.

  1. ຮອງຫົວໜ້າກົມການຄ້າຕ່າງປະເທດ ຈຳນວນໜຶ່ງ ຊ່ວຍຫົວໜ້າກົມ ຊີ້ນຳວຽກງານໃດໜຶ່ງ ຕາມການແບ່ງງານ ແລະ ການມອບໝາຍ; ຮັບຜິດຊອບຕໍ່ຫົວໜ້າກົມ ກ່ຽວກັບ ຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງວຽກງານທີ່ຕົນຊີ້ນຳ.

        ຮອງຫົວໜ້າກົມ ຜູ້ຮັກສາການແທນ ຕ້ອງລາຍງານວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຮັກສາການແທນນັ້ນ ໃຫ້ຫົວໜ້າກົມ ພາຍຫຼັງກັບມາປະຈຳການ.                                                   

  1. ມີຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການຈຳນວນໜຶ່ງ ຕາມການກຳນົດຕຳແໜ່ງງານຂອງຕົນທີ່ກໍານົດໄວ້.

        ສຳລັບການບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ແມ່ນປະຕິບັດຕາມກົດໝາຍ ແລະ ລະບຽບການ.     

         

ໝວດທີ 4

ໜ້າທີ່ຂອງແຕ່ລະພະແນກ

ມາດຕາ 7 ໜ້າທີ່ຂອງພະແນກສັງລວມ       

         ພະ​ແນກ​ສັງ​ລວມ ມີໜ້າທີ່ດັ່ງນີ້:                           

  1. ຄົ້ນຄ້ວາ, ສ້າງ ແລະ ປັບປຸງ ນິຕິກຳ ກ່ຽວກັບວຽກງານສິດທາງການຄ້າຂອງຜູ້ຄ້າຕ່າງປະເທດ, ການອອກໃບອະນຸຍາດດຳເນີນທຸລະກິດນຳເຂົ້າ ແລະ ສົ່ງອອກພາຫະນະ​ທ​າງ​ບົກ ແລະ ວັດຖຸມີຄ່າ;
  2. ຄົ້ນຄວ້າ, ສ້າງ, ສະຫຼຸບຕີລາຄາ ​ແລະ ປະ​ເມີນ​ຜົນການຈັດຕັ້ງປະຕິບັດວຽກງານ ແລະ ແຜນການເຄື່ອນໄຫວ ລວມຂອງກົມ;
  3. ສະຫຼຸບ, ສັງລວມ, ວິໄຈ ແລະ ຕີລາຄາ ​ສະພາບ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ສິນຄ້າ ຂອງ ​ສປປ ລາວ;
  4. ເປັນເຈົ້າການຄົ້ນຄວ້າ ແລະ ວິໄຈ ວຽກງານທີ່ຕິດພັນກັບການນຳເຂົ້າ ແລະ ສົ່ງອອກ ໂດຍການປະສານສົມທົບກັບບັນດາພະແນກພາຍໃນກົມ;
  5. ຄົ້ນຄວ້າ ​ແລະ ​ເຂົ້າ​ຮ່ວມກອງປະຊຸມ ກ່ຽວກັບການໃຫ້ນະໂຍບາຍທີ່ຕິດພັນກັບແຜນນຳເຂົ້າປະຈຳປີ ຂອງບັນດາໂຄງການ, ວິສາຫະກິດ ແລະ ພາກສ່ວນອື່ນໆ;
  6. ຄົ້ນຄວ້າ ແລະ ພິຈາລະນາດ້ານວິຊາການ ກ່ຽວກັບການອອກໃບອະນຸຍາດດຳເນີນທຸລະກິດພາຫະນະ​ທ​າງ​ບົກ ແລະ ວັດຖຸມີຄ່າ ແລະ ໃບ​ຢັ້ງ​ຢືນສິດ​ທາງ​ການ​ຄ້າ​ຂອງ​ຜູ້​ຄ້າ​ຕ່າງ​ປະ​ເທດ ເພື່ອສະເໜີຄະນະກົມ ພິຈາລະນາຮັບຮອງ;
  7. ສັງລວມ, ສະໜອງ ແລະ ເຜີຍແຜ່ສະຖິຕິການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງ ສປປ ລາວ ໃຫ້ພາກສ່ວນກ່ຽວຂ້ອງ;
  8. ເປັນຈຸດປະສານງານ ແລະ ເຂົ້າຮ່ວມກອງປະຊຸມຕ່າງໆ ທີ່ເປັນວຽກງານລວມຂອງກົມ ທັງພາຍໃນ ແລະ ຕ່າງປະເທດ ລວມທັງວຽກງານການຄ້າທາງເອເລັກໂຕຣນິກ;
  9. ຮັບຜິດຊອບວຽກງານຈັດຕັ້ງ ແລະ ພະນັກງານ ຂອງກົມ;
  10. ຄຸ້ມຄອງ ແລະ ພັດທະນາເວັບໄຊທ໌ ຂອງກົມ;
  11. ຮັບຜິດຊອບ​ວຽກ​ງານ ສາລະ​ບັນ ແລະ ປະຊາສໍາພັນ ຂອງກົມ;
  12. ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ​​ໂຄງການ​ຂອງ​ລັດ ແລະ ຕ່າງປະເທດ ທີ່ຕິດພັນກັບວຽກງານຂອງກົມ;
  13. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.

ມາດຕາ 8 ໜ້າທີ່ຂອງພະແນກຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ

         ພະ​ແນກ​ຄຸ້ມ​ຄອງການນຳເຂົ້າ ແລະ ສົ່ງອອກ ມີໜ້າທີ່ດັ່ງນີ້:              

  1. ຄົ້ນຄວ້າກຳນົດມາດຕະການຄຸ້ມຄອງການນໍາເຂົ້າ-ສົ່ງອອກສິນຄ້າ;
  2. ຄົ້ນຄວ້າ ສ້າງ ແລະ ປັບປຸງ ນິຕິກຳ ກ່ຽວກັບ​ວຽກງານການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ ​ສິນຄ້າ ລວມທັງການຄຸ້ມຄອງການ​ສົ່ງ​ອອກ​, ການບໍລິການນາຍໜ້າ ທີ່ຕິດພັນກັບສິນຄ້ານໍາໃຊ້ສອງດ້ານ ທີ່​ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງ​ກົມ ໃຫ້​ມີ​ຄວາມກະທັດ​ຮັດ, ວ່ອງ​ໄວ ​ແລະ ຫັນ​ໄປ​ສູ່​ທັນ​ສະ​ໄໝ;
  3. ເຜີຍ​ແຜ່​ນິຕິ​ກໍາ ​ແລະ ຂໍ້​ມູນ​ຂ່າ​ວສານ ກ່ຽວກັບວຽກງານການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ ສິນຄ້າ ລວມທັງການຄຸ້ມຄອງການ​ສົ່ງ​ອອກ​, ການບໍລິການນາຍໜ້າ ທີ່ຕິດພັນກັບສິນຄ້ານໍາໃຊ້ສອງດ້ານ;
  4. ຕິດ​ຕາມ, ກວດກາ, ປະ​ເມີນ ​ແລະ ຊຸກຍູ້ ​ການຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ ແລະ ນິ​ຕິ​ກຳຄຸ້ມ​ຄອງ​ການ​ນໍາ​ເຂົ້າ ​ແລະ ສົ່ງ​ອອກສິນຄ້າ ລວມທັງການຄຸ້ມຄອງການ​ສົ່ງ​ອອກ​, ການບໍລິການນາຍໜ້າ ທີ່ຕິດພັນກັບສິນຄ້ານໍາໃຊ້ສອງດ້ານ;
  5. ຄົ້ນຄວ້າ ແລະ ພິຈາລະນາດ້ານວິຊາການ ກ່ຽວກັບການອອກໃບອະນຸຍາດ​ນຳ​ເຂົ້າ ​ແລະ ສົ່ງ​ອອກສິນຄ້າຄຸ້ມ​ຄອງ​ ແລະ ການ​ສົ່ງ​ອອກສິນຄ້າ ລວມທັງການຄຸ້ມຄອງການ​ສົ່ງ​ອອກ​, ການບໍລິການນາຍໜ້າ ທີ່ຕິດພັນກັບສິນຄ້ານໍາໃຊ້ສອງດ້ານເພື່ອສະເໜີຄະນະກົມ ພິຈາລະນາຮັບຮອງ;
  6. ສັງລວມ, ຄົ້ນຄວ້າ ​ແລະ ສະ​ເໜີ​ວິທີ​ການ​ແກ້​ໄຂບັນຫາທີ່​ຕິດ​ພັນ​ກັ​ບ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກສິນຄ້າ ລວມທັງການຄຸ້ມຄອງການ​ສົ່ງ​ອອກ​, ການບໍລິການນາຍໜ້າ ທີ່ຕິດພັນກັບສິນຄ້ານໍາໃຊ້ສອງດ້ານທີ່​ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງ​ກົມ​;
  7. ປະກອບສ່ວນ ແລະ ເຂົ້າຮ່ວມໃນຄະນະສະເພາະກິດຕ່າງໆຕາມການມອບໝາຍ ແລະ ເຂົ້າຮ່ວມໃນຄະນະເຈລະຈາບັນດາສັນຍາ ທີ່ຕິດພັນກັບການ​ນຳ​ເຂົ້າ ແລະ ສົ່ງ​ອອກສິນຄ້າ ລວມທັງການຄຸ້ມຄອງການ​ສົ່ງ​ອອກ​, ການບໍລິການນາຍໜ້າ ທີ່ຕິດພັນສິນຄ້ານໍາໃຊ້ສອງດ້ານທີ່​ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງ​ກົມ​;
  8. ເປັນຈຸດປະສານງານພາຍໃນ ແລະ ສາກົນພາຍໃຕ້ຂອບວຽກ Kimberly Process, Export Control, Import Licensing ແລະ Timber (Due Diligence);
  9. ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ​​ໂຄງການ​ຂອງ​ລັດ ແລະ ຕ່າງປະເທດ ທີ່ຕິດພັນກັບວຽກງານການ​ນຳ​ເຂົ້າ ແລະ ສົ່ງ​ອອກສິນຄ້າ ລວມທັງການຄຸ້ມຄອງການ​ສົ່ງ​ອອກ​, ການບໍລິການນາຍໜ້າ ທີ່ຕິດພັນສິນຄ້ານໍາໃຊ້ສອງດ້ານ;
  10. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.

ມາດຕາ 9 ໜ້າທີ່ຂອງພະແນກອຳນວຍຄວາມສະດວກທາງດ້ານການຄ້າ

         ພະ​ແນກ​ອຳ​ນວຍ​ຄວາມ​ສະ​ດວກ​ທາງ​ດ້ານ​ການ​ຄ້າ ມີໜ້າທີ່ດັ່ງນີ້:

  1. ຄົ້ນຄວ້າ ສ້າງ, ປັບປຸງ ແລະ ເຜີຍແຜ່ ແຜນຍຸດທະສາດອຳນວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ ພ້ອມທັງຊຸກຍູ້, ຕິດຕາມ ແລະ ປະເມີນຜົນ ໃນແຕ່ລະໄລຍະ;
  2. ຄົ້ນຄວ້າ ສ້າງ, ປັບປຸງ, ເຜີຍແຜ່ ແລະ ຈັດຕັ້ງປະຕິບັດນິຕິກຳ ທີ່ຕິດພັນກັບການ​​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ ແລະ ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ພາຍໃນ ເພື່ອຮັບປະກັນຄວາມສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງ ສປປ ລາວ, ສັນຍາ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ;
  3. ເປັນຫ້ອງການປະຈໍາກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ພ້ອມທັງສົມທົບກັບຫ້ອງການປະຈໍາກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານ ການຄ້າ ແລະ ການຂົນສົ່ງ ຂັ້ນແຂວງ ໃນການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກທາງດ້ານ ການຄ້າ ແລະ ການຂົນສົ່ງ, ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ພາຍໃນ, ການແກ້ໄຂບັນຫາຂອງພາກທຸລະກິດ ແລະ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ;
  4. ຄົ້ນຄວ້ານໍາສະເໜີວິທີການແກ້ໄຂບັນຫາ ແລະ ສິ່ງກີດຂວາງ ທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ຂອງພາກທຸລະກິດ ຢູ່ ສປປ ລາວ;
  5. ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະຕິບັດສັນຍາ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ກ່ຽວກັບການອຳນວຍຄວາມ​ສະດວກທາງ​ດ້ານ​ການ​ຄ້າ;
  6. ​ເຂົ້າ​ຮ່ວມ​ການ​ເຈລະຈາ​ ກ່ຽວກັບການ​ອຳນວຍ​ຄວາມ​ສະດວກ​ທາງດ້ານ​ການ​ຄ້າ ແລະ ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ຕາມສັນຍາ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ;
  7. ເປັນຈຸດປະສານງານ ກັບ ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ເພື່ອຊອກຫາການຊ່ວຍເຫຼືອ ເຂົ້າໃນການພັດທະນາວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ພາຍໃນ;
  8. ສັງລວມ, ຈັດປະເພດ ແລະ ວິເຄາະ​ຜົນກະທົບ ຂອງມາດ​ຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ພາຍໃນ ເພື່ອນໍາສະເໜີພາກສ່ວນທີ່ກ່ຽວຂ້ອງ ປັບປຸງ ແລະ ຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບສັນຍາ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ;
  9. ພັດທະນາ ແລະ ຄຸ້ມຄອງ ເວັບໄຊທ໌ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ (LTP) ໃຫ້ມີຄວາມທັນສະໄໝ, ຍືນຍົງ ແລະ ສາມາດເຊື່ອມໂຍງເຂົ້າກັບລະບົບ​ອື່ນໆ​ ທັງພາຍ​ໃນ ​ແລະ ສາກົນ ພ້ອມທັງອັບໂຫຼດນິຕິກໍາ, ແບບຟອມ, ຂັ້ນຕອນ, ຂ່າວ, ບົດຄວາມ, ຂໍ້ມູນ, ຕອບຄໍາຖາມ-ຂໍ້ຂ້ອງໃຈ ຕ່າງໆທີ່ຕິດພັນກັບການນໍາເຂົ້າ-ສົ່ງອອກ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ລົງໃນເວັບໄຊທ໌ດັ່ງກ່າວ ເປັນປົກກະຕິ;
  10. ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ​​ໂຄງການ​ຂອງ​ລັດ ແລະ ຕ່າງປະເທດ ທີ່ຕິດພັນກັບວຽກງານອໍານວຍຄວາມສະດວກທາງດ້ານການຄ້າ, ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ພາຍໃນ, ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ;
  11. ປະຕິ​ບັດ​ໜ້າທີ່​ອື່ນ ຕາມ​ການມອບໝາຍຂອງຄະນະກົມ.

ມາດຕາ 10 ໜ້າທີ່ຂອງພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ

         ພະ​ແນກ​ຄຸ້ມຄອງແຫຼ່ງ​ກຳ​ເນີດ​ສິນ​ຄ້າ ມີໜ້າທີ່ດັ່ງນີ້:

  1. ຄົ້ນຄວ້າ ສ້າງ, ປັບປຸງ ແລະ ​​​​ເຜີຍ​ແຜ່​ ນິຕິກຳທີ່ຕິດພັນກັບລະບຽບແຫຼ່ງກຳເນີດສິນຄ້າ ພາຍໃຕ້ສິດທິພິເສດທາງການຄ້າ;
  2. ​ເປັນ​​ຈຸດ​ປະສານ​ງານ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ພ້ອມທັງ​ ເປັນເຈົ້າການກະກຽມ ແລະ ເຂົ້າຮ່ວມກອງປະຊຸມເຈລະຈາ ກ່ຽວກັບ​ວຽກງານ​ແຫຼ່ງກຳ​ເນີ​ດສິນຄ້າ;
  3. ຄົ້ນຄວ້າ ແລະ ພິຈາລະນາດ້ານວິຊາການ ກ່ຽວກັບການອອກໃບຢັ້ງຢືນແຫຼ່ງກຳ​ເນີ​ດສິນຄ້າ, ລວມທັງໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ ແລະ ໃບຢັ້ງຢືນສິດຜູ້ມີສິດຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ເພື່ອສະເໜີຄະນະກົມພິຈາລະນາຮັບຮອງ;
  4. ຄົ້ນຄວ້າ ແລະ ພິຈາລະນາດ້ານວິຊາການ ກ່ຽວກັບ ການມອບ ຫຼື ຖອນ ສິດໃນການຢັ້ງຢືນແຫຼ່ງກຳ​ເນີ​ດສິນຄ້າຂອງພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອສະເໜີຂັ້ນເທິງພິຈາລະນາຮັບຮອງ;
  5. ຄຸ້ມ​ຄອງ, ຕິດຕາມ, ກວດກາ, ຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານການ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດ ສິນຄ້າ;
  6. ພັດທະນາລະບົບການອອກ​ໃບ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ ຕາມນະໂຍບາຍຫັນເປັນທັນສະໄໝຂອງ ສປປ ລາວ ແລະ ໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ​;
  7. ​ເກັບກຳ, ສັງລວມ, ວິເຄາະ ແລະ ວິໄຈ ສະຖິຕິ ການນຳເຂົ້າ ແລະ ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ, ພ້ອມທັງ ສະໜອງສະຖິຕິການສົ່ງອອກ ພາຍໃຕ້ສິດທິພິເສດດັ່ງກ່າວ ໃຫ້ພາກສ່ວນກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ;
  8. ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ​​ໂຄງການ​ຂອງ​ລັດ ແລະ ຕ່າງປະເທດ ທີ່ຕິດພັນກັບວຽກງານແຫຼ່ງກຳເນີດສິນຄ້າ;
  9. ປະຕິບັດ​ໜ້າທີ່​ອື່ນ ຕາມ​ການ​ມອບໝາຍຂອງຄະນະກົມ.

ມາດຕາ 11 ໜ້າທີ່ຂອງພະແນກການຄ້າຊາຍແດນ ແລະ ສິນຄ້າຜ່ານແດນ

         ພະ​ແນ​ກການ​ຄ້າ​​ຊາຍແດນ ແລະ ສິນຄ້າຜ່ານແດນ ມີໜ້າທີ່ດັ່ງນີ້:

  1. ຄົ້ນຄວ້າ, ສ້າງ, ປັບປຸງ ແລະ ເຜີຍ​ແຜ່​ ນິຕິກໍາ, ແຜນຍຸດທະສາດການພັດທະນາ ກ່ຽວກັບການຄ້າຊາຍ​ແດນກັບບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ, ສິນຄ້າ ຜ່ານແດນ, ການນໍາເຂົ້າ-ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ພ້ອມທັງ ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດ​ຕັ້ງ​ປະຕິບັດນິຕິ​ກຳດັ່ງກ່າວ;
  2. ສ້າງ ແລະ ປັບປຸງ ​ລາຍການສິນຄ້າ​​ຄຸ້ມ​ຄອງໃນການ ຜ່ານແດນ, ນໍາເຂົ້າ-ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່​;
  3. ເປັນ​​ຈຸດ​ປະສານ​ງານ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ກ່ຽວກັບວຽກງານການຄ້າຊາຍແດນ, ສິນຄ້າຜ່ານແດນ ພ້ອມທັງ​ ເປັນເຈົ້າການກະກຽມ ແລະ ເຂົ້າຮ່ວມກອງປະຊຸມທີ່ພົວພັນກັບການຄ້າຊາຍແດນ ແລະ ສິນຄ້າຜ່ານແດນ ລະຫວ່າງ ສປປ ລາວ ແລະ ບັນດາປະເທດທີ່ມີຊາຍແດນຕິດຈອດກັນ;
  4. ຄົ້ນຄວ້າ ແລະ ພິຈາລະນາດ້ານວິຊາການ ກ່ຽວກັບ ການອອກໃບອະນຸຍາດ, ໃບຢັ້ງຢືນ ຜ່ານແດນ, ການນໍາເຂົ້າ-ສົ່ງອອກຊົ່ວຄາວ ແລະ ການນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ ເພື່ອສະເໜີຄະນະກົມ ພິຈາລະນາຮັບຮອງ;
  5. ປະສານ​ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ ​ທັງ​ພາຍ​​ໃນ ​ແລະ ບັນດາປະ​ເທດທີ່​ມີ​ຊາຍ​ແດນ​ຕິດ​ຈອດກັບ​ ສປປ ລາວ ​ໃນ​ການ​ຊຸກຍູ້, ຕິດຕາມ, ກວດກາ​ ແລະ ປະ​ເມີນຜົນການຈັດ​ຕັ້ງ​ປະຕິບັດ​ບັນດາສັນຍາ, ຂໍ້ຕົກລົງ, ບົດບັນທຶກຊ່ວຍ​ຈໍາ ແລະ ເອກະສານອື່ນໆ ທີ່​ພົວພັນ​ເຖິງ​ການຄ້າຊາຍແດນ ແລະ ສິນ​ຄ້າ​ຜ່ານແດນ;
  6. ເຈລະຈາ, ປັບປຸງ ແລະ ດັດແກ້ ບັນດາສັນຍາທີ່ຕິດພັນກັບວຽກງານການຄ້າຊາຍແດນ, ສິນຄ້າຜ່ານແດນ ກັບບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ແລະ ເຂົ້າຮ່ວມໃນຄະນະສະເພາະກິດຕ່າງໆ ຕາມການມອບໝາຍຂອງກົມ;
  7. ປະສານສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ ທັງ​ພາຍ​ໃນ ​ແລະ ​ບັນດາປະ​ເທດທີ່​ມີຊາຍ​ແດນ​ຕິດ​ຈອດ​ກັບ ສປປ ລາວ​ ​ເພື່ອ​ເກັບ​ກໍາ​​ຂໍ້ມູນ ແລະ ສະຖິຕິ​ ການ​ຄ້າ​ຊາຍແດນ ແລະ ສິນຄ້າຜ່ານແດນ;
  8. ເປັນຈຸດປະສານງານວຽກງານໃນຂອບອະນຸພາກພື້ນແມ່ນໍ້າຂອງ (Greater Mekong Sub-Region ຫຼື GMS) ແລະ ຂອບການຮ່ວມມືແມ່ນໍ້າຂອງ ແລະ ແມ່ນໍ້າລ້ານຊ້າງ (Lancang-Mekong Cooperation ຫຼື LMC) ພາຍໃຕ້ຄວາມຮັບຜິດຊອບຂອງກົມ;
  9. ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ​​ໂຄງການ​ ລົງທຶນຂອງ​ລັດ ແລະ ຊ່ວຍເຫຼືອຈາກຕ່າງປະເທດ ທີ່ຕິດພັນກັບວຽກງານການຄ້າຊາຍແດນ ແລະ ສິນຄ້າຜ່ານແດນ;
  10. ປະຕິບັດ​ໜ້າທີ່​ອື່ນ ຕາມ​ການມອບໝາຍຂອງຄະນະກົມ.

ໝວດທີ 5

ຫຼັກການ ແລະ ແບບແຜນວິທີເຮັດວຽກ

ມາດຕາ 12 ຫຼັກການ

         ກົມການຄ້າຕ່າງປະເທດ ເຄື່ອນໄຫວຕາມຫຼັກການ ດັ່ງນີ້:

  1. ປະຕິບັດຕາມຫຼັກການສູນລວມປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ ກ່ຽວກັບບັນຫາລວມຂອງກົມການຄ້າຕ່າງປະເທດ;
  2. ປະຕິບັດລະບອບຫົວໜ້າດຽວ, ແບ່ງງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງຂອງພະນັກງານ-ລັດຖະກອນທຸກລະດັບ; ນຳໃຊ້ຄວາມຮູ້ຄວາມສາມາດຂອງຕົນຢ່າງສຸດຂີດ ເພື່ອເຮັດຫຼ້ອນໜ້າທີ່ວຽກງານທີ່ຕົນໄດ້ຮັບມອບໝາຍ, ເຄົາລົບ ແລະ ປະຕິບັດກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ;
  3. ທຸກການເຄື່ອນໄຫວວຽກງານຂອງກົມ ແລະ ພະນັກງານ-ລັດຖະກອນ ແມ່ນອີງໃສ່ກົດໝາຍ, ລະບຽບການ ແລະ ຫຼັກການລວມຂອງພັກ-ລັດ; ນຳເອົາແນວທາງນະໂຍບາຍຂອງພັກ ແລະ ລັດຖະບານມາຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນດີ.

ມາດຕາ 13 ແບບແຜນວິທີເຮັດວຽກ

ກົມການຄ້າຕ່າງປະເທດ ມີແບບແຜນວິທີເຮັດວຽກ ດັ່ງລຸ່ມນີ້:

  1. ເຮັດວຽກມີແຜນການ, ແຜນງານ ແລະ ໂຄງການລະອຽດ; ປະຕິບັດ ແລະ ແກ້ໄຂວຽກງານຢ່າງມີຈຸດສຸມ ແລະ ມີເປົ້າໝາຍໃນແຕ່ລະໄລຍະ; ປະສານສົມທົບຢ່າງແໜ້ນແຟ້ນກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບປະກັນໃຫ້ພາລະບົດບາດໄດ້ຮັບການຈັດຕັ້ງປະຕິບັດ ເປັນຢ່າງດີ;
  2. ເຮັດວຽກມີການກວດກາ, ຕິດຕາມ, ຊຸກຍູ້, ສະຫຼຸບຖອດຖອນບົດຮຽນ ແລະ ຕີລາຄາຜົນໄດ້ຮັບ-ຜົນເສຍ ພ້ອມທັງປະຕິບັດການລາຍງານສ່ອງແສງຢ່າງເຂັ້ມງວດ;
  3. ປະຕິບັດລະບອບປະຊຸມ ປະຈຳເດືອນ, 3 ເດືອນ, 6 ເດືອນ ຫຼື ປະຈຳປີ ແລະ ປະຕິບັດລະບອບລາຍງານໃຫ້ຂັ້ນເທິງ ແລະ ລັດຖະບານ ເປັນປົກກະຕິ;
  4. ປະຕິບັດການພົວພັນປະສານງານ ພາຍໃນ ແລະ ພາຍນອກໃຫ້ສອດຄ່ອງຕາມລະບຽບຫຼັກການ.

ໝວດທີ 6

ບົດບັນຍັດສຸດທ້າຍ

 

ມາດຕາທີ 14 ງົບປະມານ ແລະ ຕາປະທັບ                                                                             

ກົມການຄ້າຕ່າງປະເທດ ມີງົບປະມານ ແລະ ຕາປະທັບ ເພື່ອຮັບໃຊ້ການເຄື່ອນໄຫວວຽກງານທາງລັດຖະການ.

ມາດຕາທີ 15 ການຈັດຕັ້ງປະຕິບັດ    

ກົມການຄ້າຕ່າງປະເທດ, ບັນດາກົມອ້ອມຂ້າງກະຊວງ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ແລະ ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ ພ້ອມທັງພາກສ່ວນກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ.

ມາດຕາທີ 16 ຜົນສັກສິດ.

ຂໍ້ຕົກລົງສະບັບນີ້ມີຜົນສັກສິດ ນັບແຕ່ວັນທີລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນຂໍ້ຕົກລົງ​ ວ່າ​ດ້ວຍ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວຂອງ​ກົມ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ ສະບັບ​ເລກທີ 1163/​ອຄ, ລົງ​ວັນ​ທີ 01 ກໍລະກົດ 2016.

                                                                                                                                                                                                                         ລັດຖະມົນຕີ

                                                                                                                                                                                                                 (ເຊັນ ແລະ ປະ​ທັບ​ຕາ)