ໜ້າ​ທີ່​ຂອງພະແນກການຄ້າຊາຍແດນ

Category: ພະແນກການຄ້າຊາຍແດນ
Published: Wednesday, 30 December 2020
Written by Content Manager
  1. ຄົ້ນຄວ້າ ​ແລະ ສ້າງ​ແຜນ​ຍຸດ​ທະ​ສາດ, ແຜນ​ແມ່​ບົດ​​ພັດທະນາ​ການ​ຄ້າ​ຊາຍ​ແດນ ແລະ ຕະຫຼາດຊາຍແດນ ໃນ​ແຕ່ລະ​ໄລຍະ;
  2. ຄົ້ນຄວ້າ​, ປັບປຸງ ​ແລະ ສ້າງ​ນິຕິ​ກຳ ​ແລະ ກົນ​ໄກ​ຄຸ້ມ​ຄອງວຽກງານການ​ຄ້າ​ຊາຍ​ແດນ, ຕະຫຼາດຊາຍແດນ;
  3. ເຜີຍ​ແຜ່​ບັນດາ​ນິຕິ​ກຳ, ສັນຍາ, ຂໍ້ຕົກລົງ ແລະ ບົດບັນທຶກຊ່ວຍ​ຈໍາ​ສອງ​ຝ່າຍທີ່ພົວພັນກັບວຽກງານການຄ້າຊາຍແດນ, ຕະຫຼາດຊາຍແດນ;
  4. ປະສານ​ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ ​ທັງ​ພາຍ​​ໃນ ​ແລະ ບັນດາປະ​ເທດທີ່​ມີ​ຊາຍ​ແດນ​ຕິດ​ຈອດກັບ​ ສປປ ລາວ ​ໃນ​ການ​ຕິດຕາມ, ກວດກາ​, ປະ​ເມີນຜົນ ​ແລະ ຊຸກຍູ້ການຈັດ​ຕັ້ງ​ປະຕິບັດ​ບັນດາສັນຍາ, ຂໍ້ຕົກລົງ ແລະ ບົດບັນທຶກຊ່ວຍ​ຈໍາ​ສອງ​ຝ່າຍທີ່​ພົວພັນ​ເຖິງ​ການ​ຄ້າ​ຊາຍ​ແດນ, ຕະຫຼາດຊາຍແດນ;
  5. ​ປະສານ​ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ ​ເພື່ອ​ຊຸກຍູ້​ການຈັດ​ຕັ້ງ​ປະຕິບັດນິຕິ​ກຳ ທີ່​ຕິດ​ພັນ​ກັບ​ການ​ຄ້າ​ຊາຍ​ແດນ, ຕະຫຼາດຊາຍແດນ;
  6. ປະສານສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ ທັງ​ພາຍ​ໃນ ​ແລະ ​ບັນດາປະ​ເທດທີ່​ມີຊາຍ​ແດນ​ຕິດ​ຈອດ​ກັບ ສປປ ລາວ​ ​ເພື່ອ​ເກັບ​ກໍາ​ສະຖິຕິ​ການ​ຄ້າ​ຊາຍແດນ;
  7. ເປັນເຈົ້າການໃນການຈັດກອງປະຊຸມທີ່ພົວພັນເຖິງການຄ້າຊາຍແດນ ແລະ ຕະຫຼາດຊາຍແດນ ລະຫວ່າງ ສປປ ລາວ ແລະ ບັນດາປະເທດທີ່ມີຊາຍແດນຕິດຈອດກັນ ຕາມ​ການ​ມອບ​ໝາຍ​ຂອງ​ກົມ;
  8. ​ປະ​ກອບ​ສ່ວນ ​ແລະ ​ເຂົ້າ​ຮ່ວມເຈລະຈາບັນດາສັນຍາທີ່ຕິດພັນກັບວຽກງານການຄ້າຊາຍແດນ;
  9. ເປັນຈຸດປະສານງານກ່ຽວກັບວຽກງານການຄ້າຊາຍແດນ, ຕະຫຼາດຊາຍແດນ ແລະ ວຽກງານ​ອະນຸ​ພາກ​ພື້ນ​ລຸ່ມ​ແມ່​ນໍ້າຂອງ (Greater Mekong Sub-Region ຫຼື GMS);
  10. ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ​​ໂຄງການ​ຂອງ​ລັດ ແລະ ຕ່າງປະເທດ ຕາມການມອບ ໝາຍຂອງກົມ;
  11. ປະຕິບັດ​ໜ້າທີ່​ອື່ນໆຕາມ​ການ​ຕົກລົງ ແລະ ມອບໝາຍຂອງ​ຫົວໜ້າກົມ.