ຝຶກອົບຮົມວຽກງານອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງລະບົບເອເລັກໂຕຣນິກ (e-CO) ຢູ່ແຂວງວຽງຈັນ

Category: ຂ່າວ
Published: Wednesday, 28 June 2023
Written by Content Manager

ຝຶກອົບຮົມວຽກງານອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງລະບົບເອເລັກໂຕຣນິກ (e-CO) ຢູ່ແຂວງວຽງຈັນ

ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ເຈົ້າໜ້າທີ່ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຂອງພະແນກອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແລະ ຜູ້ປະກອບການ ພາຍໃນແຂວງວຽງຈັນ ກ່ຽວກັບ ການນໍາໃຊ້ລະບົບການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ (e-CO). ເຊິ່ງຈະໄດ້ເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການໃນວັນທີ 01 ກໍລະກົດ 2023.

 

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ປະຈໍາເດືອນ 5 ປີ 2023 ບັນລຸໄດ້ 1,086 ລ້ານໂດລາສະຫະລັດ.

Category: ຂ່າວ
Published: Wednesday, 28 June 2023
Written by Content Manager

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ປະຈໍາເດືອນ 5 ປີ 2023 ບັນລຸໄດ້ 1,086 ລ້ານໂດລາສະຫະລັດ.

ຮູບພາບຈາກອີນເຕີເນັດ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 5 ປີ 2023 ບັນລຸໄດ້ ປະມານ 1,086 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ ມີປະມານ 520 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 567 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າ ປະມານ 47 ລ້ານໂດລາສະຫະລັດ. ສິນຄ້າທີ່ສົ່ງອອກຫຼາຍ ປະກອບມີ: ຄຳປະສົມ ແລະ ຄຳແທ່ງ, ເກືອກາລີ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ເຫຼັກ, ແຮ່ທອງ... ສິນຄ້າທີ່ນໍາເຂົ້າຫຼາຍ ປະກອບມີ: ນໍ້າມັນກາຊວນ, ພາຫະນະທາງບົກ, ອຸປະກອນກົນຈັກ, ເຫຼັກ, ເຄື່ອງດື່ມ...

 

ຝຶກອົບຮົມວຽກງານອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ (e-CO) ຢູ່ແຂວງຊຽງຂວາງ

Category: ຂ່າວ
Published: Monday, 26 June 2023
Written by Content Manager

ຝຶກອົບຮົມວຽກງານອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ (e-CO) ຢູ່ແຂວງຊຽງຂວາງ

ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ເຈົ້າໜ້າທີ່ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຂອງພະແນກອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແລະ ຜູ້ປະກອບການ ພາຍໃນແຂວງຊຽງຂວາງ ກ່ຽວກັບການນໍາໃຊ້ລະບົບການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງເອເລັກໂຕຣນິກ (e-CO).

Subcategories