ຍົກລະດັບຄວາມຮູ້ກ່ຽວກັບ e-CO ໃຫ້ເຈົ້າໜ້າທີນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນໂນນທອງ

Category: ຂ່າວ Published: Wednesday, 09 August 2023 Written by Content Manager

ຍົກລະດັບຄວາມຮູ້ກ່ຽວກັບ e-CO ໃຫ້ເຈົ້າໜ້າທີນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນໂນນທອງ

      ໃນ​ວັນ​ທີ 04 ສິງຫາ 2023 ທີ່ ຫ້ອງປະຊຸມ ຊັ້ນ 1 ຂອງບໍລິສັດ ລາວວີຕາພັດທະນາໄດ້ມີການຈັດຝຶກ​ອົບ​ຮົມວຽກ​ງານ​ອອກ​ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ (e-CO) ຄັ້ງທີ II ໃຫ້​​ພະນັກງານປະຈໍາຫ້ອງການ ຫ້ອງການຄຸ້ມຄອງບໍລິຫານນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງ ແລະ ຜູ້​ປະ​ກອບ​ການ​ຈຳ​ນວນ​ໜຶ່ງທີ່ດໍາເນີນທຸລະກິດ​ພາຍ​ໃນເຂດດັ່ງກ່າວ. ຊຸດຝຶກອົບຮົມຄັ້ງ​ນີ້ໄດ້ດຳເນີນພາຍໃຕ້ການເປັນປະທານ​ຮ່ວມຂອງ ທ່ານ ພຸດສະຫວັນ ຂຸນຈັນທະ ຮອງຫົວໜ້າກົມກ​ານ​ນຳ​ເຂົ້າ ແລະ ສົ່ງ​ອອກ (ກົມ ຂອ) ແລະ ທ່ານ ສອນທະນູ ສິງດາລາ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ປະທານສະພາບໍລິຫານເສດຖະກິດນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງ ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳ​ນວນ 32 ທ່ານ.

ຊຸດຝຶກອົບຮົມຄັ້ງນີ້ຈັດຂື້ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ເຈົ້າ​ໜ້າທີ່ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ​ຂອງພະແນກອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແລະ ຜູ້ປະກອບການພາຍໃນແຂວງຈຳນວນໜຶ່ງ ກ່ຽວ​ກັບ ການນໍາໃຊ້​ລະ​ບົບ​ການ​ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ​ທາງ​ເອ​ກະ​ເອ​ເລັກ​ໂຕ​ຣ​ນິກ (e-CO)ລະ​ບົບ​ການ​ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ​ທາງ​ເອ​​ເລັກ​ໂຕ​ຣ​ນິກ (e-CO) ແມ່ນໄດ້ຮັບການພັດທະນາຂຶ້ນຕາມນະໂຍບາຍຫັນວຽກງານບໍລິການໃຫ້ເປັນທັນສະໄໝຂອງກະຊວງອຸດສາຫະກຳ ແລະ ການຄ້າ, ຊຶ່ງໄດ້ຮັບການພັດທະນາ ແລະ ເລີ່ມນຳໃຊ້ນັບແຕ່ປີ 2016 ເປັນຕົ້ນມາ.

     ວຽກງານຢັ້ງຢືນແຫຼ່ງກຳເນີດສິນຄ້າ ແມ່ນເປັນວຽກງານໜຶ່ງທີ່ມີຄວາມສຳຄັນໃນການຈັດຕັ້ງປະຕິບັດສິດທິພິເສດທາງດ້ານການຄ້າ, ຊຶ່ງປະຈຸບັນ ສປປ ລາວ ໄດ້ຮັບສິດທິພິເສດທາງການຄ້າຈາກທັງໝົດຫຼາຍກວ່າ 50 ປະເທດ, ໃນນັ້ນໄດ້ຮັບໃນຮູບແບບຝ່າຍດຽວ (Gerneralized System of Preferences: GSP) ຈາກ 42 ປະເທດ (ເຊັ່ນ: ສະຫະພາບເອີຣົບ ຫຼື ອີຢູ 27 ປະເທດ, ອັງກິດ, ສະວິດຊີແລນ, ການາດາ, ຍີ່ປຸ່ນ, ສ ເກົາຫຼີ, ອິນເດຍ ແລະ ສປ ຈີນ...) ແລະ ໃນຮູບແບບສັນຍາການຄ້າເສລີ: Free Trade Area: FTA.

     ສິດທິພິເສດທາງການຄ້າ ພາຍໃຕ້ຂອບສັນຍາການຄ້າເສລີ ມີສັນຍາທັງໝົດຈໍານວນ 10 ສະບັບ ລວມມີ 15 ປະເທດ ແລະ ເຂດປົກຄອງພິເສດຮົງກົງ, ສປ ຈີນ ຄື: ສະມາຊິກອາຊຽນ (ບຼູໄນ, ອິນໂດເນເຊຍ, ສປປ ລາວ, ມາເລເຊຍ, ຟິລິປິນ, ສິງກະໂປ, ກໍາປູເຈຍ, ໄທ, ມຽນມາ ແລະ ຫວຽດນາມ), ປະເທດຄູ່ຮ່ວມ ສປ ຈີນ, ສ ເກົາຫຼີ, ຍີ່ປຸ່ນ, ອິນເດຍ, ອົດສະຕາລີ, ນິວຊີແລນ ແລະ ເຂດປົກຄອງພິເສດ ຮົງກົງ, ສປ ຈີນ. ແບບພິມ (Forms) ທີ່ໄດ້ຮັບສິດທິພິເສດທາງການຄ້າ ທີ່ ສປປ ລາວ ນໍາໃຊ້ທັງໝົດມີ ຈໍານວນ 15 ຊະນິດ ຄື: A, D, E, S, AANZ, AHK, AI, AJ, AK, APTA, DFTP, SPT, Co-Korea, CO-China ແລະ RCEP. ຊຶ່ງບັນດາແບບພິມທີ່ກ່າວມານັ້ນສາມາດຂໍໄດ້ຈາກທັງໝົດ 41 ຫ້ອງການ ເຊັ່ນ: ກົມການນຳເຂົ້າ ແລະ ສົ່ງອອກ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ແລະ ນະຄອນຫຼວງໃນຂອບເຂດທົ່ວປະເທດ, ຫ້ອງການຄຸ້ມຄອງບໍລິຫານນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງ.

     ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ (Certificate of Origin: CO) ທີ່ ສປປ ລາວ ນໍາໃຊ້ໃນປະຈຸບັນນີ້ມີທັງໝົດ 03 ຮູບແບບດ້ວຍກັນຄື: ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດແບບປົກກະຕິ (Manual), ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດຜ່ານທາງລະບົບເອເລັກໂຕຣນິກ (Electronic Certificate of Origin Issuing System: e-CO) ແລະ ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ (Self Certification).

     ກົມ ຂອ ມີ​ແຜນສ້າງຂີດຄວາມອາດສາມາດໃຫ້ແກ່ ​ບັນ​ດາ​ຫ້ອງ​ການ​ເຈົ້າ​ໜ້າ​ທີ່ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ສ​າ​ມາດນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ ຫຼື e-CO ໃຫ້ໄດ້​ພາຍໃນປີ 2023, ຊຶ່ງ​ ຫ້ອງການຄຸ້ມຄອງບໍລິຫານນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງ ແມ່ນໄດ້ຈັດຕັ້ງປະຕິບັດແຕ່ ເດືອນຕຸລາ ປີ 2020 ແລະ ຄັັ້ງນີ້ແມ່ນຄັ້ງທີ II ເພື່ອຫັນເປັນທັນສະໄໝ. ສະນັ້ນ, ຫ້ອງການຄຸ້ມຄອງບໍລິຫານນິຄົມອຸດສາຫະກໍາ ແລະ ການຄ້າວຽງຈັນໂນນທອງ ຈຶ່ງພັກດັນໃຫ້ຜູ້ປະກອບການໃນເຂດດັ່ງກ່າວອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານລະບົບ e-CO ພຽງແຕ່ຮູບແບບດຽວ.

     ສຳ​ລັບ​ພາກ​ສ່ວນ​ໃດ​ທີ່​ສົນ​ໃຈ​ໃນ​ການ​ອອກ​ໃບຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ສາ​ມາດ​ສອບ​ຖາມລາຍ​ລະ​ອຽດ​ເພີ່ມ​ຕື່ມ​ໄດ້​ທີ່ ພະ​ແນກ​ຄຸ້ມ​ຄອງ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ, ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ​ເບີ​ໂທ: 021 450255 ແລະ ສາມາ​ດ​ເຂົ້າ​ໄປ​ສຶກ​ສາ​ຂໍ້​ມູນ​ໄດ້​ທີ່​ເວັບ​ໄຊ​ທ໌: www.laotradeportal.gov.lawww.ecolao.gov.la

Hits: 1430