ເຜີຍແຜ່ ວຽກງານສະຖິຕິການຄ້າຕ່າງປະເທດ ແລະ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ລຸ້ນ 3 ໃນຂອບເຂດທົ່ວປະເທດ

Category: ຂ່າວ Published: Wednesday, 10 April 2024 Written by Content Manager

11111

ໃນລະຫວ່າງ ວັນທີ 28-29 ມີນາ 2024 ທີ່ ໂຮງແຮມ ເມືອງແທັງ, ນະຄອນຫຼວງວຽງຈັນ, ກົມການຄ້າຕ່າງປະເທດ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ຈັດ “ກອງປະຊຸມ ເຜີຍແຜ່ ວຽກງານສະຖິຕິການຄ້າຕ່າງປະເທດ, ການນໍາໃຊ້ລະບົບສະຖິຕິການຄ້າຕ່າງປະເທດ ແລະ ສູນຂໍ້ມູນຂ່າວສານທາງດ້ານການຄ້າ” ໃຫ້ແກ່ບັນດາພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ ແລະ ນະຄອນຫຼວງໃນຂອບເຂດທົ່ວປະເທດ ແລະ ບັນດາກົມ, ສໍານັກງານ, ສະຖາບັນ ແລະ ຫ້ອງການອ້ອມຂ້າງກະຊວງ ອຸດສາຫະກໍາ ແລະ ການຄ້າໂດຍການເປັນປະທານຂອງ ທ່ານນາງ ມະນີວອນ ວົງໄຊ, ຫົວໜ້າກົມ ການຄ້າຕ່າງປະເທດ.

     ໃນໄລຍະຜ່ານມາ ການເຂົ້າເຖິງຂໍ້ມູນຂ່າວສານທາງດ້ານການຄ້າ ໂດຍສະເພາະຂໍ້ມູນຕົວເລກສະຖິຕິການຄ້າຕ່າງປະເທດ ແມ່ນເປັນວຽກໜຶ່ງທີ່ມີຄວາມຫຍຸ້ງຍາກ, ຫຼາຍຂັ້ນຕອນ, ເສຍທັງເວລາ ແລະ ບາງຄັ້ງກໍ່ຕ້ອງໄດ້ເສຍຄ່າໃຊ້ຈ່າຍພໍສົມຄວນ. ກົມການຄ້າຕ່າງປະເທດ ເຫັນໄດ້ຄວາມສໍາຄັນ ແລະ ຄວາມຫຍຸ້ງຍາກດັ່ງກ່າວ ຈຶ່ງໄດ້ມີຄວາມພະຍາຍາມຊອກຫາວິທີທາງ ເພື່ອປັບປຸງວຽກງານດັ່ງກ່າວ ໃຫ້ມີຄວາມສະດວກ, ງ່າຍດາຍ ແລະ ເປັນລະບົບຫຼາຍຂຶ້ນ ໂດຍນໍາໃຊ້ເຕັກນິກທີ່ທັນສະໄໝເຂົ້າມາຊ່ວຍ ແນໃສ່ເຮັດໃຫ້ຜູ້ຊົມໃຊ້ສາມາດເຂົ້າເຖິງ ແລະ ຊົມໃຊ້ຂໍ້ມູນຂ່າວສານດ້ານການຄ້າຕ່າງປະເທດໄດ້ຢ່າງງ່າຍດາຍ ຈາກທຸກສະຖານທີ່ ແລະ ທຸກເວລາຕາມຕ້ອງການ.

     ຈາກຄວາມພະຍາຍາມດັ່ງກ່າວນັ້ນ, ກົມການຄ້າຕ່າງປະເທດ ໄດ້ສໍາເລັດພັດທະນາເວັບໄຊທ໌ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ເປັນລຸ້ນທີ 3 ຫຼື Lao Trad Portal (LTP) Version 3 ແລະ ໄດ້ເປີດຊົມໃຊ້ຢ່າງເປັນທາງການໃນທ້າຍປິ 2023, ຊຶ່ງເວັບໄຊທ໌ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ລຸ່ນ 3 ໄດ້ລວບລວມເອົາບັນດາຂໍ້ມູນຂ່າວສານທາງດ້ານນິຕິກໍາ, ການເຂົ້າເຖິງຕະຫຼາດ, ຂັ້ນຕອນການນໍາເຂົ້້າ-ສົ່ງອອກສິນຄ້າ ແລະ ຂໍ້ມູນອື່ນໆ ທີ່ສາມາດຕອບສະໜອງຄວາມຕ້ອງການຊົມໃຊ້ຂອງສັງຄົມ. ຄຽງຄູ່ກັນນັ້ນ, ເພື່ອໃຫ້ສາມາດຫັນເປັນທັນສະໄໝ ແລະ ສາມາດເຂົ້າເຖິງຂໍ້ມູນສະຖິຕິການຄ້າຕ່າງປະເທດ ທີ່ມີລັກສະນະເຕັກນິກໄດ້ຫຼາຍຂຶ້ນ ມາຮອດເດືອນ ມັງກອນ 2023 ພາຍໃຕ້ການສະໜັບສະໜຸນຂອງທະນາຄານໂລກ ກົມການຄ້າຕ່າງປະເທດ ຈຶ່ງໄດ້ລິເລີ່ມສ້າງເວັບໄຊທ໌ E-STAT ຂຶ້ນ ເພື່ອໃຊ້ເປັນແຫຼ່ງສະໜອງສະເພາະຂໍ້ມູນສະຖິຕິການຄ້າຕ່າງປະເທດ ທີ່ເຂົ້າເຖິງໄດ້ຍາກໃນໄລຍະຜ່ານມາ ໃຫ້ສາມາດເຂົ້າເຖິງໄດ້ງ່າຍ ແລະ ສະດວກຂຶ້ນ ເຊິ່ງເວັບໄຊທ໌ດັ່ງກ່າວໄດ້ສ້າງສໍາເລັດ ແລະ ເປີດການນໍາໃຊ້ຢ່າງເປັນທາງການໃນ ວັນທີ 15 ມີນາ 2024 ທີ່ຜ່ານມາ.

     ໃນຕອນທ້າຍຂອງຂອງກອງປະຊູມ, ທ່ານ ນາງ ມະນີວອນ ວົງໄຊ ໄດ້ຕີລາຄາສູງຕໍ່ກອງປະຊຸມຝຶກອົບຮົມໃນໄລຍະ 2 ມື້ ພ້ອມທັງເນັ້ນວ່າ ສຸນຂໍ້ມູນຂ່າວສານທາງດ້ານການຄ້າ ລວມທັງເວັບໄຊທ໌ສະຖິຕິການຄ້າຕ່າງປະເທດ ເປັນເຄື່ອງມືອັນສໍາຄັນທີ່ຈະສ້າງຜົນປະໂຫຍດສຸງສຸດໃຫ້ແກ່ການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກງານຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ໂດຍສະເພາະແມ່ນ ບັນດາພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ແລະ ບັນດາກົມກ່ຽວຂ້ອງພາຍໃນກະຊວງ ອຸດສາຫະກໍາ ແລະ ການຄ້າ. 

Hits: 36