ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 2 ປີ 2021 ບັນລຸໄດ້ປະມານ 849 ລ້ານໂດລາສະຫະລັດ.

Category: ຂ່າວ Published: Monday, 05 April 2021 Written by Content Manager

lao thai immigration

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 8 ບັນລຸໄດ້ປະມານ 762 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 377 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 384 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 7 ລ້ານໂດລາສະຫາລັດ.

  ໝວດສິນຄ້າສົ່ງອອກຫຼັກ

ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 377 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ: ແຮ່ທອງ ມີມູນຄ່າປະມານ 30 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ ມີມູນຄ່າປະມານ 15 ລ້ານໂດລາສະຫະລັດ, ໝາກກ້ວຍ ມີມູນຄ່າປະມານ 16 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ມີມູນຄ່າປະມານ 28 ລ້ານໂດລາສະຫະລັດ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ ມີມູນຄ່າປະມານ 21 ລ້ານໂດລາສະຫະລັດ, ຄຳປະສົມ ແລະ ຄຳແທ່ງ ມີມູນຄ່າປະມານ 97 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ ມີມູນຄ່າປະມານ 18 ລ້ານໂດລາສະຫະລັດ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ ມີມູນຄ່າປະມານ 9 ລ້ານໂດລາສະຫະລັດ, ກາເຟມີ ມູນຄ່າປະມານ 5 ລ້ານໂດລາສະຫະລັດ ແລະ ຢາງພາລາ ມີມູນຄ່າປະມານ 24 ລ້ານໂດລາສະຫະລັດ.

  ໝວດສິນຄ້ານໍາເຂົ້າຫຼັກ

ສິນຄ້ານໍາເຂົ້າຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 384 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) ມີມູນຄ່າປະມານ 24 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ມີມູນຄ່າປະມານ 21 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ມີມູນຄ່າປະມານ 25 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າປະມານ 43 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມີມູນຄ່າປະມານ 22 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...) ມີມູນຄ່າປະມານ 9 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ມີມູນຄ່າປະມານ 13 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ, ແອັດຊັງພິເສດ ມີມູນຄ່າປະມານ 6 ລ້ານໂດລາສະຫະລັດ, ຝຸ່ນ (ປຸຍ) ມີມູນຄ່າປະມານ 7 ລ້ານໂດລາສະຫະລັດ ແລະ ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ ມີມູນຄ່າປະມານ 8 ລ້ານໂດລາສະຫະລັດ.

     5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີມູນຄ່າປະມານ: ຈີນ 102 ລ້ານໂດລາສະຫະລັດ, ຫວຽດນາມ 75 ລ້ານໂດລາສະຫະລັດ, ໄທ 120 ລ້ານໂດລາສະຫະລັດ, ອິນເດຍ 14 ລ້ານໂດລາສະຫະລັດ ແລະ ເຢຍລະມັນ 6 ລ້ານໂດລາສະຫະລັດ

       5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ

ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ ມີມູນຄ່າປະມານປະມານ: ໄທ 204 ລ້ານໂດລາສະຫະລັດ, ຈີນ 84 ລ້ານໂດລາສະຫະລັດ, ຫວຽດນາມ 44 ລ້ານໂດລາສະຫະລັດ, ຢີ່ປຸ່ນ 21 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ 10 ລ້ານໂດລາສະຫະລັດ.

       ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 2 ປີ 2021 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ສໍາລັບມູນຄ່າການສົ່ງອອກໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ໄດ້ເກັບກໍາຕົວເລກສະຖິຕິຄົບຖ້ວນ ແລະ ຊັດເຈນແລ້ວ.

Hits: 5452