ກົມການນຳເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກໍາ ແລະ ການຄ້າ ເຜີຍແຜ່ ຮ່າງຄຳແນະນຳ ວ່າດ້ວຍການສົ່ງອອກໄມ້ປູກໄປຕ່າງປະເທດ ໃຫ້ 4 ແຂວງພາກໃຕ້ ແລະ ແຜນທົດລອງກົນໄກການຄຸ້ມຄອງສະຖິຕິການສົ່ງອອກໄມ້

Category: ຂ່າວ Published: Thursday, 24 December 2020 Written by Content Manager

2

 ວັນທີ 18 ທັນວາ 2020, ທີ່ນະ​ຄອນ​ປາກ​ເຊ, ແຂວງ​ຈຳ​ປາ​ສັກ, ກົມການນຳເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຮ່ວມກັບຂະແໜງການກ່ຽວຂ້ອງຂອງລັດ ແລະ ເອກະຊົນ 4 ແຂວງ​ພາກ​ໃຕ້

ເພື່ອເຜີຍ​ແຜ່ ແລະ ປຶກສາຫາລື ​ຮ່າງ​ຄຳ​ແນະ​ນຳ ວ່າ​ດ້ວຍ​ການ​ສົ່ງ​ອອກ​ໄມ້​ປູກ​ໄປ​ຕ່າງ​ປະ​ເທດ​ ແລະ ແຜນ​ທົດ​ລອງ​ກົນ​ໄກ​ການ​ຄຸ້ມ​ຄອງ​ສະ​ຖິ​ຕິ​ການ​ສົ່ງ​ອອກ​ໄມ້. ກອງປະຊຸມໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ມະນີວອນ ວົງໄຊ, ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ.

 3 4 
 5  6

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ຈັດຂື້ນເພື່ອ:

1. ນໍາສະເໜີໂຄງການທີ່ເປັນການຮ່ວມມືລະຫວ່າງ ກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ໂຄງການ GIZ - ProFEB (Protection and sustainable use of forest ecosystems and biodiversity) ບ້ວງເງິນສະໜັບສະໜູນຈາກລັດຖະບານອັງກິດ (FCDO) ເພື່ອຊຸກຍູ້ການເຈລະຈາ VPA ຢູ່ ຫວຽດນາມ, ສປປ ລາວ ແລະ ກາມາລູນ, ຕໍ່ກັບການຄຸ້ມຄອງຕ່ອງໂສ້ຄວາມຖືກຕ້ອງຕາມກົດໝາຍຂອງໄມ້ (legal timber supply chains) ລະຫວ່າງ ປະເທດຄູ່ສັນຍາ VPA.

2. ຊອກຮູ້ ແລະ ເຂົ້າໃຈ ເນື້ອແທ້ຂອງບັນຫາຄວາມແຕກໂຕນກັນລະຫວ່າງ ສະຖິຕິການສົ່ງອອກໄມ້ ລະຫວ່າງ ສປປ ລາວ - ສສ ຫວຽດນາມ ພ້ອມ​ທັງ ​ຊອກ​ຫາວິທີການແກ້ໄຂບັນຫາ​ດັ່ງ​ກ່າວ.

  1. , ລະບຽບການ ໃນການສົ່ງອອກໄມ້ໃຫ້ເປັນເອກະພາບ ແລະ ສອດຄ່ອງກັບ ລະບົບຄ້ຳປະກັນຄວາມຖືກຕ້ອງຂອງໄມ້ ເພື່ອນໍາໃຊ້ລະບົບທັນສະໄໝ ອອກຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດ (
  2. ຄໍາແນະນໍາ ວ່າດ້ວຍການສົ່ງອອກໄມ້ປູກໄປຕ່າງປະເທດ ແລະ ແຜນທົດລອງກົນໄກຄຸ້ມຄອງສະຖິຕິການສົ່ງອອກໄມ້ປູກຮ່ວມກັບຊ່ຽວຊານຜູ້ຕາງໜ້າອົງການ GIZ ປະຈໍາ ສປປ ລາວ.
Hits: 6823