ກົມການນຳເຂົ້າ ແລະ ສົ່ງອອກ ຈັດຝຶກອົບຮົມການຂໍໃບອະນຸຍາດນຳເຂົ້ານ້ຳມັນເຊື້ອໄຟ ຜ່ານລະບົບແຈ້ງພາສີປະຕູດຽວ Lao National Single Window (LNSW) ໃຫ້ແກ່ ບໍລິສັດນຳເຂົ້າ-ສົ່ງອອກ ນ້ຳມັນເຊື້ອໄຟ ຈຳນວນ 11 ບໍລິສັດ

Category: ຂ່າວ Published: Thursday, 10 September 2020 Written by Content Manager

ໃນຕອນເຊົ້າຂອງ ວັນພະຫັດທີ 10 ກັນຍາ 2020, ພະແນກ ບໍລິຫານການນຳເຂົ້າ ແລະ ສົ່ງອອກ, ກົມການນຳເຂົ້າ ແລະ ສົ່ງອອກ ໂດຍສົມທົບກັບ ກົມພາສີ ແລະ ບໍລິສັດ ຜູ້ພັດທະນາລະບົບແຈ້ງພາສີປະຕູດຽວແຫ່ງຊາດ (LNSW) ໄດ້ ຈັດກອງປະຊຸມເຜີຍແຜ່ ແລະ ຝຶກອົບຮົມການນຳໃຊ້ ລະບົບແຈ້ງພາສີປະຕູດຽວ Lao National Single Window (LNSW) ເພື່ອຂໍໃບອະນຸຍາດນຳເຂົ້ານ້ຳມັນເຊື້ອໄຟ ໃຫ້ແກ່ 11 ບໍລິສັດນຳເຂົ້າ ແລະ ສົ່ງອອກ ນ້ຳມັນເຊື້ອໄຟ ທີ່ໄດ້ເງື່ອນໄຂຕາມ ດຳລັດ 331/ລບ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອ:

  1. ເຜີຍແຜ່ໃຫ້ບັນດາບໍລິສັດນຳເຂົ້າ-ສົ່ງອອກ ນ້ຳມັນເຊື້ອໄຟ ຊາບວ່າ ໃນວັນທີ 14 ກັນຍາ 2020 ເປັນຕົ້ນໄປ ການຂໍໃບອະນຸຍາດນຳເຂົ້ານ້ຳມັນເຊື້ອໄຟ ຜ່ານດ່ານຂົວມິດຕະພາບ 1 ແມ່ນຈະໄດ້ອອກອະນຸຍາດຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດ ເທົ່ານັ້ນ.
  2. ຝຶກອົບຮົມການນຳໃຊ້ລະບົບໃຫ້ແກ່ ບັນດາບໍລິສັດ ນຳເຂົ້າ-ສົ່ງອອກ ນ້ຳມັນເຊື້ອໄຟ
  3. ປຶກສາຫາລືເປັນເອກະພາບວິທີການຈັດຕັ້ງປະຕິບັດໃນຕໍ່ໜ້າໂດຍສະເພາະແມ່ນການໃຫ້ຄວາມຊ່ວຍເຫຼືອບໍລິສັດ ໃນໄລຍະຕົ້ນຂອງການນຳໃຊ້ລະບົບ.
Hits: 4637