ຜູ້ຄ້າໄມ້ ຂອງ ສປປ ລາວ ຈະໄດ້ຮັບການສ້າງຄວາມເຂັ້ມແຂງ ໃນວຽກງານການຄຸ້ມຄອງ ແລະ ຕິດຕາມສົນເຂົ້າ ແລະ ສົ້ນອອກຂອງໄມ້

Category: ຂ່າວ Published: Tuesday, 15 September 2020 Written by Content Manager

 

ເພື່ອເປັນການສ້າງຄວາມພ້ອມໃຫ້ແກ່ ຜູ້ດຳເນີນທຸລະກິດໄມ້, ໂດຍສະເພາະແມ່ນ ຜູ້ຄ້າໄມ້ ໃນການຄຸ້ມຄອງ ແລະ ຕິດຕາມສົ້ນເຂົ້າ ແລະ ສົ້ນອອກຂອງໄມ້...

ເພື່ອເປັນການສ້າງຄວາມພ້ອມໃຫ້ແກ່ ຜູ້ດຳເນີນທຸລະກິດໄມ້, ໂດຍສະເພາະແມ່ນ ຜູ້ຄ້າໄມ້ ໃນການຄຸ້ມຄອງ ແລະ ຕິດຕາມສົ້ນເຂົ້າ ແລະ ສົ້ນອອກ ຂອງໄມ້. ກົມການນຳເຂົ້າ ແລະ ສົ່ງອອກ ຮ່ວມກັບ ອົງການ FAO ປະຈໍາ ສປປ ລາວ ຈຶ່ງໄດ້ ສ້າງແຜນງານ ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ ແລະ ຕິດຕາມສົນເຂົ້າ ແລະ ສົ້ນອອກ ຂອງໄມ້ ໂດຍຜູ້ຄ້າໄມ້ຂື້ນພາຍໃຕ້ທຶນສະໜັບສະໜູນຈາກ ໂຄງການ FAO-EU-FLEGT Programme. ເປົ້າໝາຍຂອງແຜນງານດັ່ງກ່າວ ແມ່ນເພື່ອ:

  1. ຝຶກອົບຮົມໃຫ້ບັນດາຫົວໜ່ວຍທຸລະກິດຜູ້ຄ້າໄມ້ໃນຂອບເຂດທົ່ວປະເທດມີຄວາມພ້ອມ ແລະ ສາມາດປະຕິບັດໄດ້ສອດຄ່ອງກັບ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ຕິດຕາມ ໄມ້ສົ້ນເຂົ້າ ແລະ ສົ້ນອອກ ເລກທີ 0777/ອຄ.ກອຫ, ລົງວັນທີ 25 ສິງຫາ 2020.
  2. ສ້າງ ຄຳແນະນຳໃນການຄຸ້ມຄອງຕິດຕາມໄມ້ສົ້ນເຂົ້າ-ສົ້ນອອກ ສຳລັບຜູ້ຄ້າໄມ້ ແລະ ຄູ່ມືການກວດກາຢັ້ງຢືນ ສຳລັບເຈົ້າໜ້າທີ່ຂອງລັດ.

ແຜນງານດັ່ງກ່າວນີ້ ມີໄລຍະດຳເນີນວຽກ 09 ເດືອນ ແລະ ຈະໄດ້ຈັດຕັ້ງປະຕິບັດ ທົດລອງຮ່ວມ ກັບ ພະແນກ ອຸດສາຫະກຳ ແລະ ການຄ້າ ແລະ ຜູ້ຄ້າໄມ້ ຈາກ 03 ແຂວງເປົ້າໝາຍໄດ້ແກ່: ນະຄອນຫຼວງວຽງຈັນ,​ ຄຳມ່ວນ ແລະ ອັດຕະປື. ພາຍຫຼັງທີ່ສຳເລັດໄລຍະທົດລອງ ແລະ ສາມາດຮັບຮອງ ຄຳແນະນຳເປັນສະບັບສົມບູນແລ້ວ,​ ຈະໄດ້ສືບຕໍ່ຂະຫຍາຍການຈັດຕັ້ງປະຕິບັດໃຫ້ກວມລວມເອົາທຸກຫົວໜ່ວຍ ຜູ້ຄ້າໄມ້ ໃນຂອບເຂດ ທົ່ວປະເທດ.

 

 

ຂໍ້ມູນເພີ້ມເຕີມ

ພະແນກ ບໍລິຫານການນຳເຂົ້າ ແລະ ສົ່ງອອກ

ກົມການນຳເຂົ້າ ແລະ ສົ່ງອອກ

ກະຊວງອຸດສາຫະກຳ ແລະ ການຄ້າ

ໂທ:​ 021 412008

Hits: 2570