ຍົກລະດັບຄວາມຮູ້ກ່ຽວກັບ e-CO ໃຫ້ເຈົ້າໜ້າທີນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນໂນນທອງ

Category: ກ່ຽວກັບກົມ
Published: Wednesday, 09 August 2023
Written by Content Manager

 ໃນ​ວັນ​ທີ 04 ສິງຫາ 2023 ທີ່ ຫ້ອງປະຊຸມ ຊັ້ນ 1 ຂອງບໍລິສັດ ລາວວີຕາພັດທະນາໄດ້ມີການຈັດຝຶກ​ອົບ​ຮົມວຽກ​ງານ​ອອກ​ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ (e-CO) ຄັ້ງທີ II ໃຫ້​​ພະນັກງານປະຈໍາຫ້ອງການ ຫ້ອງການຄຸ້ມຄອງບໍລິຫານນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງ ແລະ ຜູ້​ປະ​ກອບ​ການ​ຈຳ​ນວນ​ໜຶ່ງທີ່ດໍາເນີນທຸລະກິດ​ພາຍ​ໃນເຂດດັ່ງກ່າວ. ຊຸດຝຶກອົບຮົມຄັ້ງ​ນີ້ໄດ້ດຳເນີນພາຍໃຕ້ການເປັນປະທານ​ຮ່ວມຂອງ ທ່ານ ພຸດສະຫວັນ ຂຸນຈັນທະ ຮອງຫົວໜ້າກົມກ​ານ​ນຳ​ເຂົ້າ ແລະ ສົ່ງ​ອອກ (ກົມ ຂອ) ແລະ ທ່ານ ສອນທະນູ ສິງດາລາ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ປະທານສະພາບໍລິຫານເສດຖະກິດນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງ ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳ​ນວນ 32 ທ່ານ.

Read more: ຍົກລະດັບຄວາມຮູ້ກ່ຽວກັບ e-CO ໃຫ້ເຈົ້າໜ້າທີນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນໂນນທອງ