ກະຊວງອຸດສາຫະກໍາ ແລະ ການຄ້າ ປຶກສາຫາລືການປັບປຸງສະຖິຕິການນໍາເຂົ້າ ແລະ ສົ່ງອອກໄມ້

Category: ຂ່າວ Published: Wednesday, 25 November 2020 Written by Content Manager

         

ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມລິເລີ້ມຂອງໂຄງການປັບປຸງລະບຽບການນໍາເຂົ້າ ແລະ  ສົ່ງອອກໄມ້

   

ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມລິເລີ້ມຂອງໂຄງການປັບປຸງລະບຽບການນໍາເຂົ້າ ແລະ  ສົ່ງອອກໄມ້ ແລະ ຂໍ້ມູນສະຖິຕິນໍາເຂົ້າ ແລະ ສົ່ງອອກໄມ້ຮ່ວມກັບ ຂະແໜງການກ່ຽວຂ້ອງຂອງລັດ ແລະ ເອກະຊົນຕ່າງໆ ຂື້ນ ໃນວັນທີ 30 ຕຸລາ 2020 ທີ່ ໂຮງແຮມຄຣາວພຣາຊ່າ, ເພື່ອປຶກສາຫາລືແຜນວຽກປັບປຸງລະບຽບການນຳເຂົ້າ ແລະ ສົ່ງອອກ ຜະລິດຕະພັນໄມ້ ແລະ ສະຖິຕິການນຳເຂົ້າ ແລະ ສົ່ງອອກໄມ້. ກອງປະຊຸມໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ມະນີວອນ ວົງໄຊ, ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ. ຜົນການປະເມີນຜົນເມື່ອບໍ່ດົນມານີ້ໄດ້ສະແດງໃຫ້ເຫັນວ່າ ຂັ້ນຕອນຕ່າງໆໃນການແຈ້ງອອກການສົ່ງອອກໄມ້ ແລະ ການເກັບກຳຂໍ້ມູນສະຖິຕິຂອງຜະລິດຕະພັນໄມ້ ໃນປະຈຸບັນ ຍັງບໍ່ທັນມີຄວາມສອດຄ່ອງ ແລະ ບໍ່ມີການປະສານສົມທົບເຊິ່ງກັນ ແລະ ກັນຢ່າງເປັນລະບຽບ. ເຊິ່ງເຫັນໄດ້ວ່າ ບັນດາໜ່ວຍງານຕ່າງໆແມ່ນມີການນໍາໃຊ້ແຫຼ່ງຂໍ້ມູນທີ່ແຕກຕ່າງກັນ ແລະ ມີວິທີການລົບລ້າງຂໍ້ມູນທີ່ແຕກຕ່າງກັນ, ເຊິ່ງນຳໄປສູ່ບັນຫາດ້ານຄຸນນະພາບຂອງຂໍ້ມູນ ແລະ ສ້າງຄວາມທ້າທາຍຢ່າງໃຫຍ່ຫຼວງໃຫ້ກັບ ລັດຖະບານ ແລະ ຜູ້ ປະກອບການສົ່ງອອກໄມ້ ຍ້ອນວ່າ ລະບຽບການຕ່າງໆຂອງລັດຖະບານທີ່ຍັງບໍ່ທັນມີຄວາມຈະແຈ້ງຕໍ່ກັບ ຜູ້ປະກອບການ. ໂດຍສະເພາະ ລະບຽບການ ຫຼື ຄູ່ມື ສໍາລັບ ຜູ້ປະກອບການສົ່ງອອກໄມ້ ໃນຮູບແບບຂອງບັນຊີລາຍການກວດກາ ຫຼື ຄູ່ມື ທີ່ເຮັດໃຫ້ຂັ້ນຕອນການສົ່ງອອກຜະລິດຕະພັນໄມ້ຕ່າງໆງ່າຍຂຶ້ນ.

           ເພື່ອໃຫ້ຕໍ່ເນື່ອງຈາກຈໍ້ມູນພື້ນຖານທີ່ໄດ້ກ່າວມາຂ້າງເທິງ, ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ຈັດຂື້ນເພື່ອ:

1. ນໍາສະເໜີໂຄງການທີ່ເປັນການຮ່ວມມືລະຫວ່າງ ກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ໂຄງການ GIZ - ProFEB (ໂຄງການປົກປັກຮັກສາ ແລະ ສົ່ງເສີມການນໍາໃຊ້ລະບົບນິເວດ ປ່າໄມ້ ແລະ ຊີແບບຍືນຍົງ) ບ້ວງເງິນສະໜັບສະໜູນຈາກລັດຖະບານອັງກິດ (FCDO) ເພື່ອຊຸກຍູ້ການເຈລະຈາ VPA ຢູ່ ຫວຽດນາມ, ສປປ ລາວ ແລະ ກາມາລູນ, ຕໍ່ກັບການຄຸ້ມຄອງຕ່ອງໂສ້ຄວາມຖືກຕ້ອງຕາມ ກົດໝາຍ ຂອງໄມ້ ລະຫວ່າງ ປະເທດຄູ່ສັນຍາ VPA.

2. ຊອກຮູ້ ແລະ ເຂົ້າໃຈ ກ່ຽວກັບ ບັນຫາໃນປະຈຸບັນ ທີ່ກ່ຽວຂ້ອງກັບ ການນໍາເຂົ້າ-ສົ່ງອອກຜະລິດຕະພັນໄມ້ ແລະ ຂະບວນການຕ່າງໆ ເພື່ອນໍາໄປແກ້ໄຂ ຫຼື ປັບປຸງ ພາຍໃຕ້ແຜນງານ FLEGT VPA ຂອງ ສປປ ລາວ.

3. ເພື່ອສະໜັບສະໜູນ ຄວາມເຂົ້າໃຈ ກ່ຽວກັບ ສະຖິຕິການສົ່ງອອກໄມ້ ລະຫວ່າງ ກະຊວງ ອຸດສະຫະກໍາ ແລະ ການຄ້າ, ກົມນໍາເຂົ້າສົ່ງອອກ ແລະ ກະຊວງການເງິນ, ກົມພາສີ ແລະ ເພື່ອກໍານົດຄວາມເປັນໄປໄດ້ໃນການຮ່ວມມືເພື່ອແກ້ໄຂບັນຫາຄວາມແຕກໂຕນກັນລະຫວ່າງ ສະຖິຕິການສົ່ງອອກໄມ້ ລະຫວ່າງ ສປປ ລາວ - ສສ ຫວຽດນາມ.

4. ເພື່ອປັບປຸງຄືນຂັ້ນຕອນລະບຽບການໃນການສົ່ງອອກໄມ້ ໃຫ້ເປັນເອກະພາບ ແລະ ສອດຄ່ອງກັບ ລະບົບຄ້ຳປະກັນຄວາມຖືກຕ້ອງຂອງໄມ້ ທີ່ ສປປ ລາວ (ຢູ່ໃນຂັ້ນຕອນການສ້າງ)ເພື່ອນໍາໃຊ້ລະບົບທັນສະໄໝ ອອກຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດ (LNSW).

ຜູ້ເຂົ້າຮ່ວມໄດ້ຮັບຮູ້ກ່ຽວກັບສິ່ງທ້າທາຍໃນປະຈຸບັນໃນການສົ່ງອອກຜະລິດຕະພັນໄມ້ຈາກປະເທດລາວ ແລະ ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບ ບາດກ້າວຕໍ່ໄປໃນການແກ້ໄຂບັນຫາເຫຼົ່ານັ້ນໂດຍການພັດທະນາແບບແຜນການເຮັດວຽກ ແລະ ສ້າງຕັ້ງກຸ່ມເຮັດວຽກລະຫວ່າງອົງການທີ່ກ່ຽວຂ້ອງ. ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບ ດຳລັດ TLAS ໃໝ່ ໃນ ສສ ຫວຽດນາມ, ເຊິ່ງມີຜົນສະທ້ອນທີ່ເປັນໄປໄດ້ ກ່ຽວກັບ ຂັ້ນຕອນການສົ່ງອອກຜະລິດຕະພັນໄມ້ຈາກ ສປປ ລາວ ໄປຫາ ສສ ຫວຽດນາມ. ຜູ້ເຂົ້າຮ່ວມໄດ້ເຫັນດີເອກະພາບ ກ່ຽວກັບ ການສື່ສານລະຫວ່າງບັນດາອົງການທີ່ກ່ຽວຂ້ອງ ແລະ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ວ່າຕ້ອງໄດ້ຮັບການຊຸກຍູ້ ແລະ ຮັບການອຳນວຍຄວາມສະດວກ ເພື່ອສະໜັບສະໜູນ ຂະບວນການ FLEGT ຂອງທັງສອງປະເທດ.

Hits: 5059