ພິທີເປີດໂຕ ເວັບໄຊທ໌ ລະບົບສະຖິຕິການຄ້າຕ່າງປະເທດ (Laotradestat) ຢ່າງເປັນທາງການ

Category: ຂ່າວ Published: Wednesday, 10 April 2024 Written by Content Manager

 

       ໃນວັນທີ 15 ມີນາ 2024 ທີ່ໂຮງແຮມ ເມືອງແທັງ, ນະຄອນຫຼວງວຽງຈັນ, ກົມການຄ້າຕ່າງປະເທດ (ກົມ ຄຕ), ກະຊວງ ອຸດສາຫະກໍາ ແລະ ການຄ້າ (ກະຊວງ ອຄ) ໄດ້ຈັດພິທີເປີດໂຕ ເວັບໄຊທ໌ ລະບົບສະຖິຕິການຄ້າຕ່າງປະເທດ (Laotradestat) ຢ່າງເປັນທາງການ. ໂດຍ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານ ພ້ອມດ້ວຍແຂກທີ່ຖືກເຊີນ ຈາກຫຼາຍຂະແໜງການທີ່ມາຈາກ ພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນ ຢ່າງຟົດຟື້ນ.

ທ່ານ ມະໂນທອງ ວົງໄຊ ໄດ້ກ່າວໃນພິທີເປີດງານວ່າ: ສະຖິຕິການຄ້າຕ່າງປະເທດ ຫຼື ສະຖິຕິການນຳເຂົ້າ-ສົ່ງອອກແມ່ນມີຄວາມສຳຄັນຫຼາຍໃນການຕີລາຄາ, ປະເມີນຜົນການຈັດຕັ້ງປະຕິບັດແຜນການນຳເຂົ້າ ແລະ ສົ່ງອອກ ທີ່ສະພາແຫ່ງຊາດຮັບຮອງໃນແຕ່ລະໄລຍະ, ເປັນຂໍ້ມູນພື້ນຖານທີ່ສຳຄັນໃນການສ້າງແຜນຍຸດທະສາດ, ນະໂຍບາຍການນຳເຂົ້າ-ສົ່ງອອກ, ດຸນດ່ຽງເສດຖະກິດມະຫາພາກ ແລະ ການເຈລະຈາການຄ້າກັບບັນດາປະເທດຄູ່ຄ້າ. ນອກນັ້ນ, ຍັງເປັນໜຶ່ງໃນຕົວຊີ້ວັດລະດັບການຂະຫຍາຍຕົວຂອງເສດຖະກິດປະເທດ  ຫຼື GDP.

     ນັບແຕ່ປີ 2007 ລັດຖະບານໄດ້ມີການປັບປຸງລະບົບການຄຸ້ມຄອງດ່ານຄືນໃໝ່ ໂດຍໃຫ້ພະນັກງານຂອງຂະແໜງການຄ້າອອກຈາກການປະຈຳການຢູ່ດ່ານ ໃຫ້ຍັງມີແຕ່ ພາສີ, ຕຳຫຼວດ ແລະ ກັກກັນພືດ-ສັດ, ສ່ວນສະຖິຕິການນຳເຂົ້າ-ສົ່ງອອກຜ່ານບັນດາດ່ານ ແມ່ນໃຫ້ຂະແໜງການຄ້າພົວພັນເອົານຳພາສີປະຈຳດ່ານ; ນັບແຕ່ນັ້ນເປັນຕົ້ນມາ ການເກັບກຳສະຖິຕິການຄ້າຕ່າງປະເທດ ຂອງພາກສ່ວນຕ່າງໆ ໂດຍສະເພາະແມ່ນຂະແໜງການຄ້າແມ່ນຍັງພົບຄວາມຫຍຸ້ງຍາກສົມຄວນ, ເນື່ອງຈາກຫຼາຍດ່ານຍັງບໍ່ທັນມີລະບົບເກັບກຳ, ບໍ່ມີກົນໄກການສະໜອງສະຖິຕິ, ການນຳໃຊ້ ອິນເຕີເນັດ ກໍ່ຍັງບໍ່ທັນກວ້າງຂວາງ; ດັ່ງນັ້ນ, ຫຼາຍຂະແໜງການຂອງລັດຈຶ່ງຫັນມາອອກອະນຸຍາດນຳເຂົ້າ ແລະ ສົ່ງອອກສິນຄ້າ ເພື່ອເກັບກຳສະຖິຕິ.

 

     ໃນປີ 2013 ຂະແໜງພາສີ ໄດ້ພັດທະນາ ແລະ ນຳໃຊ້ລະບົບ ອາຊິກຸດາ, ເຮັດໃຫ້ຂໍ້ມູນສະຖິຕິການນຳເຂົ້າ ແລະ ສົ່ງອອກ ໄດ້ມີການປັບປຸງດີຂຶ້ນເທື່ອລະກ້າວ. ຊຶ່ງຮອດປະຈຸບັນ ແມ່ນໄດ້ຂໍ້ມູນຈາກດ່ານສາກົນ 29 ດ່ານ ແລະ ຫ້ອງການເຂດເສດຖະກິດພິເສດ 03 ແຫ່ງ ທີ່ໄດ້ຕິດຕັ້ງລະບົບ ອາຊິກຸດາ.

     ຈຶ່ງເຫັນໄດ້ເຖິງຄວາມຈຳເປັນໃນການຊົມໃຊ້ຂໍ້ມູນສະຖິຕິການຄ້າຕ່າງປະເທດ ຢ່າງກວ້າງຂວາງໃນປະຈຸບັນ ທັງເປັນການຫຼຸດຜ່ອນການອອກໃບອະນຸຍາດການນຳເຂົ້າ ແລະ ສົ່ງອອກສິນຄ້າ, ໃນທ້າຍປີ 2019 ກົມ ຄຕ ຈຶ່ງໄດ້ສະເໜີ ແລະ ໄດ້ຮັບອະນຸມັດໂຄງການພັດທະນາລະບົບສະຖິຕິການຄ້າຕ່າງປະເທດ ແບບອອນລາຍ  ແລະ ໄດ້ເຊັນ ບົດຊ່ວຍຈໍາ (MOU) ກັບກົມພາສີ ເພື່ອເຊື່ອມຕໍ່ລະບົບ ອາຊິກຸດາ ໃນການດຶງຂໍ້ມູນແບບອັດຕະໂນມັດ.

     ນັບແຕ່ປີ 2023, ກົມ ຄຕ ໄດ້ຈັດຈ້າງຊ່ຽວຊານພາຍໃນ ເພື່ອພັດທະນາລະບົບດັ່ງກ່າວ ແລະ  ໄດ້ອັບໂຫຼດສະຖິຕິການນຳເຂົ້າ ແລະ ສົ່ງອອກ ລົງໃນລະບົບສະຖິຕິການຄ້າຕ່າງປະເທດ ນັບແຕ່ ປີ 2013 ເປັນຕົ້ນມາ ຖືວ່ານັບແຕ່ຂະແໜງພາສີໄດ້ເລີ່ມນຳໃຊ້ລະບົບ ອາຊິກຸດາ, ຮອດປະຈຸບັນແມ່ນມີສະຖິຕິໃນລະບົບ ຈຳນວນ 11 ປີ.

Hits: 33